Homeຂ່າວຕ່າງປະເທດໄຟໄໝ້ເຮືອອິນໂດນີເຊຍ ເສຍຊີວິດ 23 ຄົນ ສູນຫາຍ 17 ຄົນ

ໄຟໄໝ້ເຮືອອິນໂດນີເຊຍ ເສຍຊີວິດ 23 ຄົນ ສູນຫາຍ 17 ຄົນ

Published on

ຕາມການລາຍງານຂອງສຳນັກຂ່າວຕ່າງປະເທດເມື່ອວັນທີ 2 ມັງກອນ 2017 ຜ່ານມາວ່າ ເຮືອໂດຍສານບໍລິສັດຊາໂຣ ເອັກເພຣສ ເຊິ່ງມີນັກທ່ອງທ່ຽວ 234 ຄົນ ເດີນທາງອອກຈາກນະຄອນຈາກາຕ້າ ອິນໂດນີເຊຍ ໄປຫາເກາະຕິດຸງ ແຫຼ່ງທ່ອງທ່ຽວຊື່ດັງ ເຊິ່ງຢູ່ຫ່າງຈາກເມືອງຫລວງປະມານ 50 ກິໂລແມັດ ເກີດໄຟລຸກໄໝ້ເທິງເຮືອ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 23 ຄົນ ແລະສູນຫາຍ 17 ຄົນ ຫຼັງຈາກເກີດເຫດເຈົ້າໜ້າທີ່ສາມາດຊ່ວຍຊີວິດຜູ້ໂດຍສານໄດ້ 194 ຄົນ, ເບື້ອງຕົ້ນຄາດວ່າ ສາເຫດເກີດຈາກລະບົບໄຟຟ້າເຄື່ອງປັ່ນຂອງເຮືອລັດວົງຈອນ ທາງເຈົ້າໜ້າທີ່ກຳລັງເລັ່ງຄົ້ນຫາຜູ້ສູນຫາຍຢ່າງຕໍ່ເນື່ອງ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...