spot_img
Homeຂ່າວຕ່າງປະເທດແມ່ຍິງຄົນຈີນ ອາຍຸ 64 ປີ ເກີດລູກຊາຍຄົນທີ ສອງ

ແມ່ຍິງຄົນຈີນ ອາຍຸ 64 ປີ ເກີດລູກຊາຍຄົນທີ ສອງ

Published on

ສຳນັກຂ່າວຈີນລາຍງານເມື່ອວັນທີ 28 ທັນວາ 2016 ວ່່າ ໂຮງໝໍທີສອງມະຫາວິທະຍາໄລຈີ໋ຫຼິນ ເມືອງສາງຊຸນ ມີແມ່ຍິງຄົນໜຶ່ງ ອາຍຸ 64 ປີ ໄດ້ຜ່າຕັດເກີດລູກຄົນທີສອງ ນໍ້າໜັກ 4 ໂລໄດ້ສຳເລັດ, ເຊິ່ງທາງແພດບອກວ່າ ລາວເປັນແມ່ຍິງທີ່ຫາກໍ່ເກີດລູກທີ່ອາຍຸຫຼາຍທີ່ສຸດໃນປະເທດຈີນຕອນນີ້

ຕາມການລາຍງານບອກວ່າ ຈາກລັດຖະບານຈີນ ໄດ້ປະກາດໃຊ້ນະໂຍບາຍ ໃຫ້ຄູ່ສາມີພັນລະຍາທຸກຄູ່ ສາມາດມີລູກຄົນທີສອງໄດ້ຢ່າງຖືກຕ້ອງຕາມກົດໝາຍ, ແມ່ຍິງອາຍຸ 64 ປີຄົນນີ້ ຈຶ່ງຕັດສິນໃຈກັບສາມີວ່າ ຈະມີລູກຄົນທີສອງນຳກັນ ແຕ່ດ້ວຍອາຍຸທີ່ຫຼາຍແລ້ວຂອງທັງສອງ ແລະລາວໝົດປະຈຳເດືອນແລ້ວ 10 ປີ ຈຶ່ງໄດ້ເຂົ້າປຶກສາແພດໝໍ ເຊິ່ງທາງແພດກໍໄດ້ແນະນຳວິທີການເຮັດເດັກຫຼອດແກ້ວໃຫ້ ພ້ອມເບິ່ງແຍງຢ່າງໃກ້ຊິດ ຈົນສາມາດເຮັດໃຫ້ລາວເກີດລູກຊາຍ ທີ່ໜ້າຮັກຄົນທີສອງອອກມາ ໄດ້ສຳເລັດ ແລະປອດໄພທັງແມ່ ແລະລູກ

ເຖິງອາຍຸຈະກາຍໄວຈະເລີນພັນມາແລ້ວ ແຕ່ຈາກຄວາມພະຍາຍາມຂອງລາວ ກັບສາ ແລະແພດໝໍ ທີ່ໃຊ້ໂຮໂມນຟື້ນຟູຮັງໄຂ່ ແລະມັດລູກຈົນສາມາດເຮັດໃຫ້ລາວຖືພາໄດ້ ເຖິງແມ່ນຮ່າງກາຍ ແລະຈິດໃຈຈະໄດ້ຮັບແຮງກົດດັນຫຼາກຫຼາຍ ແຕ່ລາວກໍປ່ຽນຄວາມກົດດັນນັ້ນ ໃຫ້ເປັນຄວາມກ້າຫານ ຈົນສາມາດເກີດລູກຊາຍຄົນທີສອງອອກມາໄດ້ສຳເລັດ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...