spot_img
Homeຂ່າວທ້ອງຖິ່ນຂົວນ້ຳເຄັມ ທ່າງ່ອນ - ນາຊາຍທອງ ຖືກໂຈະຍ້ອນຂາດທຶນກໍ່ສ້າງ!

ຂົວນ້ຳເຄັມ ທ່າງ່ອນ – ນາຊາຍທອງ ຖືກໂຈະຍ້ອນຂາດທຶນກໍ່ສ້າງ!

Published on

brigde

 

ໂຄງການ​ກໍ່ສ້າງ​ຂົວ​ຂ້າມ​ນ້ຳ​ເຄັມ ລະຫວ່າງ​​ແຍກ​ເສັ້ນທາງ​​ເລກ 10 ​ທ່າ​ງ່ອນ​, ​ເມືອງ​ໄຊ​ທານີ ຕັດ​ໃສ່​ເສັ້ນທາງ​ເລກ

13 ເໜືອ ອອກ​ບ້ານ​ນາ​ຊາຍທອງເໜືອ ​ເມືອງ​ນາ​ຊາຍ​ທອງ ນະຄອນຫລວງ​ວຽງ​ຈັນ ທີ່​ເລີ່ມກໍ່ສ້າງ​ມາ​ເກືອບ 2 ​ປີ

ທີ່ສຳເລັດໄປແລ້ວຫລາຍກວ່າ 90% ແລະ ນັ​ບ​ແຕ່​ລະດູ​ແລ້ງຜ່ານ​ມາ ໂຄງການດັ່ງກ່າວຖືກໂຈະໄວ້ ຍ້ອນ​ເຈົ້າ​ຂອງ

​ໂຄງການສະໜອງ​ທຶນ​ໃຫ້​ບໍ່​ທັນ​ກັບ​ຄວາມ​ຕ້ອງການ ບວກ​ໃສ່​​ບໍລິສັດ​ຜູ້​ຮັບ​ເໝົາ​ລົງທຶນ​ໄປ​ກ່ອນ ກໍ​ບໍ່​ມີ​ທຶນ​ພຽງພໍ

ທີ່​ຈະ​ສຶບຕໍ່​ກໍ່ສ້າງ, ​ຊຶ່ງຄາດ​ວ່າຈະ​ຕ້ອງໄດ້ນຳ​ໃຊ້​ທຶນອີກ​ປະມານ 7 ແສນ​ກວ່າ​ໂດ​ລາ​ສະຫະລັດ ຈຶ່ງ​ຈະ​ສຳ​ເລັດ ​ແລະ

ນຳ​ໃຊ້ໄດ້.

 

ຂົວ​ແຫ່ງ​ນີ້ ເປັນ​ຂົວ​ເບ​ຕົງອັດ​ແຮງ, ​ຍາວ 70 ກ່ວາ​​ແມັດ ​ແລະ ກວ້າງ 10 ແມັດ ປະກອບ​ດ້ວຍ​ຮາວ​​ເຫລັກ 2 ຝາກ​,

ໂດຍ​​ພະ​ແນ​ກ​​ໂຍທາ​ທິການ ແລະ ຂົນ​ສົ່ງ ​ໄດ້​ວ່າ​ຈ້າງ​ບໍລິສັດກໍ່ສ້າງ​ຂົວ​ທາງ​ແຫ່ງ​ໜຶ່ງ ​ຢູ່​ນະຄອນຫລວງ​ວຽງ​ຈັນ ເປັນ​

ຜູ້ລົງທຶນກໍ່ສ້າງ​ກ່ອນ, ແຕ່ເມື່ອ​ການ​ກໍ່ສ້າງ​ໃກ້​ຈະ​ສຳ​ເລັດ ບໍລິສັດ​ດັ່ງກ່າວ​ເກີດ​ວິ​ກິດ​ການ​ທາງ​ດ້ານ​ການ​ເງິນ​ຈຳເປັນ

ຈຶ່ງ​ເຮັດ​ໃຫ້​ກິດຈະການ​ຖືກ​ໂຈະ​ໄປ​ຊົ່ວຄາວ.

 

ສ່ວນ​ການ​ກໍ່ສ້າງ​ເສັ້ນທາງ​ສາຍ​ນີ້ (ທ່າງ່ອນ-ນາຄູນຍາວເກືອບ 20 ກິໂລແມັດ), ໂດຍແມ່ນອີກບໍລິສັດໜຶ່ງ ເປັນຜູ້

ກໍ່ສ້າງ ແລະ ໄດ້​ສຳ​ເລັດ​ມາ​​ເປັນ​ເວລາ​ຫລາຍ​​ເດືອນ​ແລ້ວ ດ້ວຍ​ການ​ປູ​ຢາງ​ຊັ້ນ​ດຽວ, ​ແຕ່​ນັກວິຊາການ ໃຫ້​ຂໍ້​ສັງ​ເກດ​

ວ່າ: ຍ້ອນ​ພື້ນ​ທາງ​ບໍ່​ແໜ້ນ ແລະ ບໍ່​ໄດ້​ມາດຕະຖານ, ຈິ່ງ​ສົ່ງ​ຜົນ​ເຮັດ​ໃຫ້ເສັ້ນທາງ​ຫລາຍ​ຍ່ານເປ່​ເພ​ເກີດ​ເປັນ​ບວກ,

ຂຸມຢູ່​ໃນ​ຫລາຍ​ຈຸດ.​

 

​ເຖິງ​ຢ່າງ​ໃດ​ກໍ​ດີຖ້າ​ຂົວ ​ແລະ ເສັ້ນທາງສາຍ​ນີ້ ສຳ​ເລັດ​ການ​ກໍ່ສ້າງ​ສົມບູນ ກໍຈະ​ອຳນວຍຄວາມສະດວກ​ແກ່​ການ​ລຳ

ລຽງ​ຂົນ​ສົ່ງ​ສິນຄ້າຈາກ​ພາກ​ເໜືອລົງ​ພາກ​ໃຕ້, ໂດຍ​ບໍ່ເຂົ້າຜ່ານໃຈກາງນະຄອນຫລວງ​ວຽງ​ຈັນດັ່ງຜ່ານມາ ແລະ

ຈະ​ເປັນ​ການ​ຫລຸດຜ່ອນ​ສະ ພາບ​ແອ​ອັດຂອງ​ການ​ສັນຈອນ​ໃນ​ຕົວ​ເມືອງໄດ້​ຫລາຍ​ສົມຄວນ.

 

ຂອບໃຈຂ່າວຈາກ: http://laophatthananews.blogspot.com/2014/08/blog-post_34.html

 

 

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...