Homeຂ່າວຕ່າງປະເທດອອສເຕຣເລຍ ກຽມຈູດບັ້ງໄຟດອກ ນໍ້າໜັກລວມ 7 ໂຕນ ເພື່ອຕ້ອນຮັບປີໃໝ່ 2017

ອອສເຕຣເລຍ ກຽມຈູດບັ້ງໄຟດອກ ນໍ້າໜັກລວມ 7 ໂຕນ ເພື່ອຕ້ອນຮັບປີໃໝ່ 2017

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 30 ທັນວາ 2016 ວ່າ ທ່ານ Fortunato Foti ຜູ້ຄວບຄຸມການສະແດງພຸ ແລະບັ້ງໄຟດອກ ບໍລິເວນ ຂົວຮາເບີ ຊິດນີ ອອສເຕຣເລຍ ໃຊ້ເວລາດົນນັບປີໃນການວາງແຜນ ແລະກຽມການສະແດງບັ້ງໄຟດອກ ໃນຄໍ່າຄືນວັນສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ 2017 ເນື່ອງຈາກວ່າ ປະຊາຊົນ ຈາກທົ່ວທຸກມຸມໂລກຈັບຕາເບິ່ງ ແລະຖືເປັນໜຶ່ງໃນປະເທດທຳອິດຂອງໂລກ ທີ່ຈະເຂົ້າປີໃໝ່ກ່ອນປະເທດອື່ນ

ການຈັດສະແດງບັ້ງໄຟດອກໃນຄັ້ງນີ້ ຕ້ອງໃຊ້ພຸ ແລະບັ້ງໄຟດອກ ນໍ້າໜັກລວມກວ່າ 7 ໂຕນ ໃຊ້ຕູ້ຄອນເທນເນີ ຂົນອຸປະກອນການສະແດງທັງໝົດລວມ 18 ຕູ້ ເຊິ່ງມີນໍ້າໜັກຂອງອຸປະກອນຕ່າງໆ ລວມກວ່າ 120 ໂຕນ ແລະຄາດວ່າຈະມີຜູ້ຊົມເຝົ້າຕິດຕາມພິທີສະເຫຼີມສະຫຼອງ ທີ່ຍິ່ງໃຫຍ່ນີ້ຫຼາຍລ້ານຄົນທົ່ວໂລກ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...