spot_img
Homeວັນນະກຳນິທານເລື່ອງ ສັງສິນໄຊ ຕອນ: ສົມມຸດຕິບັ້ນ (ນະມັດຖຸ)

ນິທານເລື່ອງ ສັງສິນໄຊ ຕອນ: ສົມມຸດຕິບັ້ນ (ນະມັດຖຸ)

Published on

ສີສຸມັງຄະລະເລີດລຳ້ສິດທິເດດລືຊາ ນາໂຖສຸດຍອດຍານໄຕແກ້ວສວັດດີ ນ້ອມໃນທັມພຸທບາດ ຄຸນພຣະຍົກໃສ່ເກົ້າຊຸລີລຳ້ຍອດຍານ ຂວບເມື່ອຮ່ວນໆຟ້າຮ້ອງ ຮຳ່ຣະງົມຝົນ ພຸ້ນເຢີ ວາໂຍລຽງລ່ວງໄຄວຄຸມດ້າວພຶກສາກ້ຽວແສນກໍກາງກີບ ຣະດູພືຊໂພດພ້ອມເພັງຖ້ວນເຖື່ອນແຖວ ຍາມນັ້ນມະຫາເມກເຄົ້າຄະນົງເນັ່ງບັງບົດສຸຣະພາອຽງອວ່າຍແລງລົງໄມ້ ອາທິດຈອນຈັນແຈ້ງເດືອນສາມສັຕພິດ ສລຸລູບເນື້ອເນົາ ວະຊ້ອຍຊອບຍານ.

ເມື່ອນັ້ນ ປາງຄຳຄຸ້ມຄະນິງທັມທົງມາກ ເຫັນຮຸ່ງຍານຍອດແກ້ວທຽວໃຊ້ຊາດ ພຣະອົງ ໃຄ່ຈັກຕົກແຕ່ງຕັ້ງແປປັ່ນເປັນໄທ ເອັງຊຸລີເຊີນສວງ ຊ່ອຍຍານຍາມແຄ້ນ ຈະຕຸໂລກາກຳ້ໄອສວນແສນທີບ ກັບທັງຄຸທນາກເໜົ້ານາງທ້າວເທພຄຸນ ເຊີນຊ່ອຍຮີ ຮຳ່ປ້ອງແປງກາບກອນປະຈິດ ໄວ້ແກ່ໄຕຕອງບຸນແວ່ນແຍງຍາມແຄ້ນຕາມທີ່ເອັງຊຸ ລີເທົ້າທວານສາມປະນົມນອບມານີ້ ຄຸນຍ່ອມຍົກໃສ່ເກົ້າຕະເກີງຕັ້ງຊູ່ຍາມ ບັດນີ້ຂ້າ ຈັກປຸນແຕ່ງຕັ້ງ ໄຂຊາດແປທັມກ່ອນແລ້ວ ເປັນທີ່ຍຸແຍງຝູງພຳ່ເພັງພາຍຊ້ອຍ ຄວນທີ່ອັສຈັນລຳ້ໂລກາກົງໂລກເຮົານີ້ມີໃນຫ້າສິບຊາດແທ້ທຽວໃຊ້ສົ່ງເວນ ແທ້ແລ້ວ.

ຍັງມີນັຄເຣດລຳ້ຊັ້ນຊື່ ເປັງຈານ ນິຄົມຄົນຄັ່ງເພັງພໍຕື້ ຂຽງຫລວງລົ້ນລຸງລັງ ລ້ານຍ່ານ ນຳ້ແຜ່ລ້ອມລະວັງຕ້າຍຊົ່ວຄາວ ຮຸ່ງຄຳ່ລົ້ນຊາວເທດທຽວສະເພົາ ອຸດົມ ໂດຍດັ່ງດາວະດິງຟ້າ ລືກຽນເທົ້າທາດາແດນທີບເມືອງໃຫຍ່ກວ້າງຄົນເຄົ້າຄັ່ງໂຮມ ພູເບດສ້າງທ່ອນທ້າວກຸສຣາດນາມກະສັດ ປາກຽນນັນນອກຊຽງເຊັງອ້າງ ນັບແຕ່ບຸຣີ ລຳ້ນະຄອນຄົນໃດປຽບ ໂຮງໃຫຍ່ກວ້າງອໍຣະທຶ້ມຜ່ານຊຽງ ປະດັບຊໍ່ຟ້າມຸກມາດດາວຄຳ ມຸງທອງແດງຫລໍ່ຕັນຕາງຟ້າມະເຫສີເຈົ້າຈັນທາທຽມຣາດ ໂສມຍິ່ງຍ້ອຍປຸນປັ້ນ ປຽບຂຽນ ບໍຣິວານເໜົ້າໃນປາງນັບໝື່ນປະດັບເຄື່ອງຮ້ອຍຕະເກີງເກົ້າກ່ອມຜິວ ພູ ເບດສ້າງນະຄອນໃຫຍ່ຍຸກະເສີມ ມຽງໆພາຍງາຄຳຢູ່ໂຮງພັນຊ້າງ ອັສດອນມ້າມະໂນໄມຮ້ອຍຄູ່ ນາຍແອບຟ້ອນພະລານກວ້າງແກວ່ງແພນ ຮຸ່ງຄຳ່ອື້ອາມາດຊຸມສນາມ ໂດຍເດີມກະບິນຊົ່ວລາວປະຖົມເຖົ້າ ຊຽງຫລວງລົ້ນລະງົມຄົນເຄົ້າຄື່ນ ທຸກທ່ວຍໃຕ້ ລຸ່ມຟ້າພັນທ້າວທອດທອງ ລາວໃຫຍ່ຕັ້ງເດັຍຣະດາດຂອງຂາຍ ອາຮາມເຮືອງຮຸ່ງສີແສງແກ້ວ ມີທັງສັງຄະຮູ້ແປທັມໄຂສາດ ຮຸ່ງຄຳ່ເຊົ້າຕາມໄຕ້ເຮື່ອເຮືອງ ລືນາດທ້າວ ແດນທີບເຂົາຂາມ ພັນເມືອງມາສ່ວຍທອງທັງຄ້າຍ ຍຸກະເສີມເວ້ນອົລຫົນຫາຍໂສກ ທໍ່ວ່າພູວະນາດໄຮ້ແນວນ້ອງບໍ່ຫລາຍ ມີທໍ່ເຍົາວະຍອດແກ້ວເປັນມິ່ງໃຈເມືອງນາງລຸນ ມີແມ່ດຽວທຽມທ້າວ ຜາກົດແກ້ວສຸມຸນທາທົງຮູບ ໂສມຍິ່ງພ້ຽງເພີງໄວ້ແວ່ນໃຈ ຍົດ ຍິ່ງປ້ອງປຸນສິ່ງສາມສວັນ ຊາຍຊິງຊອມເມື່ອຍຕົນຕາກະດ້າງຕະເກີງໜ້ານົງພາວຜົງ ໃຫຍ່ງາມເລີດລຳ້ລືເທົ້າໝື່ນເມືອງ ຮ້ອຍປະເທດທ້າວເຕົ້າສົ່ງສານໝາຍພູມີຮັກບໍ່ວາງໄປໄດ້ ບຸນກອງແກ້ວສຸມຸນທານາງນາດ ຢຳພີ່ເຈົ້າມີລຳ້ລ່ວງຄອງ ພຣະກໍຍົກ ຍອດແກ້ວກິນເກິ່ງນະຄອນຂວາງ ພຣະອົງແພງພຽງພຣະເນດເນົາໃນໜ້າ ປຸນສາວ ໃຊ້ຄຳອອນເອື້ອຍມຸ່ງ ສອງພີ່ນ້ອງປະສົງຕັ້ງປິ່ນປົວ ທໍ່ວ່າປັກກະຕິນ້ອຍເຄີຍຊົມດວງ ດອກລະອອງໂອບແອ້ມສອງຂ້າງໄຂ່ວແຖວ ເລັງຊ່ອງຊັ້ນມຸກມາດມະໂນຣົດ ປຸນ ດາວເດັຍຣະດາດຄືຄວງຟ້າ ຜານໆພ້ຽງມຸນທຽນເທວະຣາດ ແກ້ວກໍ່ລ້ອມວັນເຂັມ ຂ່າຍກະດິງຍຸແຈ່ມເຈົ້າປະສົງທອດທານສິນພຽນເທວະຣາດແກ້ວກໍ່ລ້ອມວັນເຂັມຂ່າຍ ກະດິງຍຸແຈ່ມເຈົ້າປະສົງທອດທານສິນ ພຽນເພັງປຣະມີມຸ່ງເມີນໃຈແຈ້ງ ສັມມຸດຕິບັ້ນ ນິທານທັມກ່າວແລ້ວທໍ່ນີ້ຖວາຍໄທ້ທີ່ຢຳກ່ອນແລ້ວ.

ຮູບພາບປະກອບ:ມໍລະດົກລ້ານຊ້າງ
ຂຽນໂດຍ: ນາງ ສາຍວາລິນ ບໍລະວົງ

ທີ່ມາຈາກເຟສບຸກ: ບູຮານຄະດີ ແລະ ປະຫວັດສາດລາວ
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...