Homeນານາສາລະ7 ຂໍ້ນີ້ ຖ້າເຮັດໄດ້ບໍ່ມີທາງເລີກກັນແນ່ນອນ

7 ຂໍ້ນີ້ ຖ້າເຮັດໄດ້ບໍ່ມີທາງເລີກກັນແນ່ນອນ

Published on

 

  1. ເປັນໃຫ້ໄດ້ຫຼາຍກວ່າແຟນ: ຫຼາຍກວ່າແຟນແຕ່ບໍ່ເຖິງຂັ້ນແມ່ ຄືເຮົາຕ້ອງເປັນໃຫ້ໄດ້ເກືອບທຸກສະຖານະ ເປັນແຟນເວລາທີ່ເຂົາຕ້ອງການຄວາມໂຣແມນຕິກຂີ້ອ້ອນ, ເປັນເອື້ອຍເວລາທີ່ເຂົາຕ້ອງການຄວາມອົບອຸ່ນ, ເປັນທີ່ພັກພິງ ຫຼືທີປຶກສາ ເປັນໝູ່ເພື່ອນເວລາທີ່ເຂົາຕ້ອງການຄວາມມ່ວນຊື່ນເຮຮາ ລົມໄດ້ທຸກລື່ອງແບບສະນິດໃຈ ຖ້າເຮົາມີຄົບທຸກຢ່າງໃນຄົນດຽວ ແລ້ວເຂົາຈະຕ້ອງໄປຫາໃຜອີກ.
  2. ຂີ້ອ້ອນ-ເອົາໃຈ: ຕໍ່ໃຫ້ຄົບກັນມາດົນ ແຕ່ຖ້າເສີຍຊາເກີນໄປ ກໍຈະກາຍເປັນຄວາມຊິນເຄີຍ ແລະເຢັນຊາ ປັນຫານີ້ແກ້ໄດ້ບໍ່ຍາກ ໝັ້ນຂີ້ອ້ອນເອົາໃຈເຂົາແດ່ເປັນໄລຍະ ແຕ່ກະບໍ່ຫວານເກີນໄປ ເຊີໄພຣໃນວັນເກີດໃຫ້ເຂົາຮູ້ສຶກຕື່ນເຕັ້ນ ເຮັດຄືຕອນຫາຄົບກັນໃໝ່ໆ
  3. ເຂົ້າໃຈ ໃຫ້ຫຼາຍກວ່າ ອົດທົນ: ຕອນທໍາອິດຫຍັງກໍດີ ດົນໆໄປກໍເລີ່ມບໍ່ຄຶກຄັກແຕ່ທົນ ແຕ່ພໍທົນຫຼາຍໆ ມັນກໍຕ້ອງມີວັນລະເບີດ ລອງປ່ຽນຈາກໃຊ້ຄວາມອົດທົນມາໃຊ້ຄວາມເຂົ້າໃຈກັນດີກວ່າ ບໍ່ຕ້ອງຝືນຕົວເອງກັນທັງສອງ ຢູ່ນໍາກັນແບບບໍ່ອຶດອັດ ບາງທີ່ອາດຈະຮັກກັນຫຼາຍຂຶ້ນ
  4. ເຊື່ອໃຈ ບໍ່ແມ່ນ ຈັບຜິດ: ຫຼາຍຄູ່ທີ່ຄົນກັນມາໄດ້ດົນ ກໍເພາະຄວາມເຊື່ອໃຈກັນ ແຕ່ກໍຕ້ອງເບິ່ງວ່າຄູ່ຂອງເຮົາເຊື່ອໃຈໄດ້ບໍ? ບໍ່ແມ່ນຫຼັບຫູຫຼັບຕາເຊື່ອ ໃຜເວົ້າຫຍັງສູ່ກໍບໍ່ຟັງ ຖ້າເປັນແບບນີ້ເອີ້ນວ່າຫຼົງ ຄວາມເຊື່ອໃຈຈະເຮັດໃຫ້ຄວາມຮັກຂອງທັງສອງເຂັ້ມແຂງຂຶ້ນ ສ້າງກໍາລັງໃຈໃຫ້ກັນໄດ້ດີ ລອງຄິດເບິ່ງວ່າເຮົາເຮັດຫຍັງໄປ ແລ້ວຖືກຈັບຜິດໄປໝົດທຸກເລື່ອງ ມັນຈະໄປຫຼອດໄດ້ແນວໃດ ສຸດທ້າຍກໍຕ້ອງເລີກກັນເພາະຄວາມລະແວງ
  5. ເຮົາກໍມີໂລກສ່ວນຕົວຂອງເຮົາຄືກັນ: ຈື່ໃຫ້ຂຶ້ນໃຈອີກຄັ້ງວ່າຜູ້ຊາຍມັກໄລ່ລ່າທີ່ສຸດ ເຂົາຕ້ອງມີສານເອນຄໍຟີນຂຶ້ນໆລົງໆ ເຂົາຈຶ່ງຈະສະນຸກ ແລະເບິ່ງເຮົາບໍ່ໜຫ້າເບື່ອ ເພາະສະນັ້ນ ຢ່າບອກເຂົາສະເໝີວ່າເຮົາໄປໃສ, ເຮັດຫຍັງ ແລະບໍ່ຕ້ອງຕິດເຂົາຕະຫຼອດເວລາ
  6. ບໍ່ເປັນພາລະໃຫ້ເຂົາ: ຜູ້ຍິງຄິດສະເໝີວາຜູ້ຊາຍຢາກຈະເບິ່ງແຍງເຮົາ ແຕ່ກະບໍ່ແມ່ນເຮັດເອງທຸກຢ່າງ
  7. ມີຮອຍຍີ້ມຮອຍຈູບທີ່ສົດໃສສະເໝີ: ເວລາເຂົາເມື່ອຍ, ຄຽດຈາກວຽກງານແລ້ວມາຫາ ແລ້ວເຈົ້າເຮັດໜ້າບູດໃສ່ເຂົາທັນທີ ແຖມຍັງຈົ່ມທີ່ເຂົາມາຊ້າ ຜູ້ຊາຍຈະຄຽດຫຼາຍຂຶ້ນ ແຕ່ຖ້າເຈົ້າເບິ່ງເຂົາເປັນດອກໄມ້ງາມໆ ເວລາພົບກໍຍີ້ມສົດໃສໃຫ້ທຸກຄັ້ງ ເຂົາຄຽດກໍລູບຫຼັງ ຖ້າຈະເລົ່າເລື່ອງຄຽດກໍເບິ່ງເຂົາກ່ອນວ່າຮັບໄຫວບໍ ແຕ່ຖ້າຈະໃຫ້ດີເລົ່າໄປຫົວໄປ ເຂົາຈະຮູ້ສຶກວ່າເຈົ້າມີພະລັງດີງາມ ໜ້າຢູ່ໃກ້ເປັນທີ່ສຸດ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...