Homeນານາສາລະຜິດກັບແນວໃດ ໃຫ້ຍິ່ງຮັກກັນຫຼາຍຂຶ້ນ

ຜິດກັບແນວໃດ ໃຫ້ຍິ່ງຮັກກັນຫຼາຍຂຶ້ນ

Published on

 

  1. ໃຈເຢັນ ສະຫງົບສະຕິອາລົມໃຫ້ໄດ້: ການຜິດກັນມີຈຸດຈົບສະເໝີ ຈຸດຈົບນັ້ນຈະລົງເອີຍຢ່າງເຂົ້າໃຈ ຫຼືລົງເອີຍດ້ວຍຄວາມແຕກລ້າວຫຼາຍຂຶ້ນ ຢູ່ທີ່ເຈົ້າສອງຄົນ ທາງທີ່ດີຖ້າຢາກໃຫ້ຄວາມສໍາຄັນກັບມາສວມກອດຫົດໃຈກັນຢ່າງອົບອຸ່ນອີກຄັ້ງ ຂໍໃຫ້ເຈົ້າສະຫງົບສະຕິອາລົມເອົາໄວ້ ໃຈເຢັນໃຫ້ຫຼາຍໆ ລະຫວ່າງທີ່ອີກຄົນຫາເລື່ອງຜິດ ຫຼືກໍາລັງມີອາລົມຮ້າຍຢ່າງແຮງ ໃຫ້ເປັນຄືນໍ້າເຢັນ ເມື່ອເຮົາມິດມີສະຕິ ກໍຍ່ອມຄວບຄຸມເຫດການບໍ່ໃຫ້ໃຫຍ່ໄດ້ ແລະເມື່ອອີກຝ່າຍໃຈເຢັນຂຶ້ນ ກໍຄ່ອຍໆຫັນໜ້າເຂົ້າໄປລົມກັນໃໝ່ອີກຄັ້ງດ້ວຍດ້ວຍອ່ອນໂຍນ ຖະນຸຖະໜອມຄວາມຮູ້ສຶກຂອງອີກຝ່າຍໄປພ້ອມກັນ ເມື່ຶອທຸກຢ່າງດີຂຶ້ນເຈົ້າສອງຄົນກໍກັບມາຮັກກັນຄືເກົ່າ.
  2. ຍອມຮັບ ແລະທໍາຄວາເຂົ້າໃຈກັບສິ່ງທີ່ເກີດຂຶ້ນ: ຄວາມຈິງເປັນສິ່ງທີ່ບໍ່ຕາຍ ແຕ່ຖ້າຈະໃຫ້ດີເຈົ້າຄວນທໍາຄວາມເຈົ້າໃຈສິນທໍາຊີວິດມະນຸດໄປພ້ອມ ດັງນັ້ນ ບໍ່ວ່າໃຜອີກຄົນຈະເປັນແນວໃດ ເຂົາຈະດີ ຫຼືບໍ່ດີ ຈະເຮັດຫຍັງຜິດພາດຫຍັງມາ ແລະຫາກສິ່ງນັ້ນເຮົາບໍ່ສາມາດເຂົ້າໄປແກ້ໄຂອຸປະນິໄສຄວາມເປັນສ່ວນຕົວຂອງເຂົາໄດ້ ທາງອອກທີ່ດີກໍຄືການທໍາໃຈຍອມຮັບ ກັບທໍາຄວາມເຂົ້າໃຈວ່ານີ້ຄືສິ່ງທີ່ຕ່າງຄົນເປັນ ແລ້ວເວັ້ນຊ່ອງວ່າງບໍ່ກ້າວກ່າຍຄວາມເປັນສ່ວນຕົວຂອງກັນ ແລະກັນ
  3. ສໍານຶກຜິດ ແລະຂໍໂທດ: ຫາກເຈົ້າເຮັດຜິດຫຍັງກໍຄວນສໍານຶກຜິດກັບຄົນຮັກ ແລ້ວຂໍໂທດໃນສິ່ງທີ່ເກີດຂຶ້ນ ເຊື່ອວ່າຕໍ່ໃຫ້ມັນເປັນຄວາມຜິດທີ່ຮ້າຍແຮງພຽງໃດ ແຕ່ຖ້າເຈົ້າທີ່ຈະຢື້ມືຍອມຮັບຜິດ ແລະພ້ອມແກ້ຕົວໃໝ່ ຄົນຮັກກໍພ້ອມໃຫ້ໂອກາດເຈົ້າເລີ່ມຕົ້ມໃໝ່ສະເໝີ ດັງນັ້ນຈົ່ງເປີດໂອກາດໃຫ້ຕົວເອງໄດ້ເວົ້າຖ້ອຍຄໍາວ່າຂໍໂທດ ກັບຄົນຮັກ ເພື່ອຮຽກຮ້ອງຄວາມຮັກທີ່ຫອມຫວານກັບຄືນມາອີກຄັ້ງ ແລະຄໍາຂໍໂທດນີ້ແຫຼະທີ່ຈະຊ່ວຍຢຽວຢາບາດແຜໃຜອີກຄົນທີ່ຖືກເຈົ້າທໍາຮ້າຍໃຫ້ຄ່ອຍໆເລືອນຫາຍໄດ້ໄວຍິ່ງຂຶ້ນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...