spot_img
Home​ຂ່າວທ່ອງທ່ຽວສິ່ງມະຫັດສະຈັນຂອງໂລກທີ່ມະນຸດສ້າງ ຕອນ 7 ສິ່ງມະຫັດສະຈັນຂອງໂລກໃນຍຸກກາງ

ສິ່ງມະຫັດສະຈັນຂອງໂລກທີ່ມະນຸດສ້າງ ຕອນ 7 ສິ່ງມະຫັດສະຈັນຂອງໂລກໃນຍຸກກາງ

Published on

ໃນຊ່ວງສັດຕະວັດທີ 19 -20 ມີນັກຂຽນຫຼາຍຄົນໄດ້ລົງບັນຊີ 7 ສິ່ງມະຫັດສະຈັນຂອງໂລກຍຸກກາງຂຶ້ນ ແຕ່ບໍ່ມີຜົນງານການຂຽນຂອງຜູ້ໃດທີ່ມີຜົນງານໂດດເດັ່ນເປັນທີ່ຮູ້ຈັກໃນວົງກ້ວາງ ແຕ່ເປັນທີ່ໜ້າສັງເກດຄື ສິ່ງມະຫັດສະຈັນແຫ່ງໂລກຍຸກກາງ ນີ້ມີການເປີດກ້ວາງຫຼາຍຂຶ້ນ ໃນແງ່ຄວາມຫຼາກຫຼາຍທາງດ້ານອາລິຍະທຳນອກເໜຶອຈາກອະລິຍະທຳກຣີກ ແລະ ອີຢິບ ເຊັ່ນ, ຈີນ, ມຸສະລິມ ຮວມໄປເຖິງອະລິຍະທຳພື້ນເມືອງຂອງອັງກິດ

ໂຊກດີທີ່ສິ່ງມະຫັດສະຈັນຂອງໂລກຍຖກກາງເຫຼົ່ານີ້ສ່ວນໃຫຍ່ຍັງຄົງສະພາບດີ ເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງໂລກ ແລະ ຍັງຄົງລໍຖ້າທ່ານໄປຢ້ຽມຢາມຢູ່

ສະໂຕນເຮນ (Stonehenge)

uk_salisbury_stone-henge_474962819_news1

ໂຄ່ນຫີນຂະໜາດໃຫຍ່ນ້ຳໜັກເປັນຕັນໆ ຈຳນວນ 112 ກ້ອນ ທີ່ຖືກຈັດລຍງຕົວຂຶ້ນເປັນວົງມົນ 3 ວົງ ກາງທົ່ງຮາບພຍງ ຊາຣິສເບີຣີ (Salisbury Plain) ທາງຕອນໃຕ້ຂອງເກາະອັງກິດ ສັນນິຖານວ່າ ຖືກສ້າງຂຶ້ນໃນຊ່ວງ 2,000 – 3,000 ປີກ່ອນ ຄ.ສ ອາດໃຊ້ເພື່ອປະກອບພິທີທາງສາສະໜາ ຫຼື ເພື່ອໃຊ້ເບິ່ງຕຳແໜ່ງດວງດາວ ແລະ ລະດູການ

ສະໜາມກິລາໂຄລອສຊຽມ (Colosseum)

italy_rome_colosseum_182281845_news1

ສະໜາມກິລາບູຮານແບບທະວີອັດສະຈັນຂະໜາດໃຫ່ອະລັງການໃຈກາງນະຄອນຫຼວງ ໂຣມ ປະເທດອີຕາລີ ສ້າງຈາກ ອິດ ແລະ ຫີນຊາຍ ສາມາດບັນຈຸຄົນໄດ້ຫຼາຍເຖິງ 50,000-80,000 ຄົນ ກໍ່ສ້າງຂຶ້ນໃນຊ່ວງ ສັດຕະວັດທີ 70 ໃຊ້ເວລາໃນການກໍ່ສ້າງປະມານ 10 ປີ ສະຖານທີ່ແຫ່ງນີ້ເຄີຍໃຊ້ເປັນສະໜາມປະລອງຝີມືຂອງອັດສະວິນ ແລະ ນັກສູ້ໃນຍຸກບູຮານ ຮວມເຖິງການໃຊ້ເປັນບ່ອນແຂ່ງຂັນການຕໍ່ສູ້ລະຫວ່າງມະນຸດ ກັບ ສິງ

ຫໍເອນເມືອງປິຊ່າ (Leaning Tower of Pisa)

italy

ຫໍຣະມັງຊົງກະບອກແປດຊັ້ນຂອງໂບດຄຣິດ ໃນເມືອງ ປິຊ່າ ປະເທດ ອິຕາລີ ສ້າງຂຶ້ນຈາກຫີນອ່ອນ ມີຄວາມສູງປະມານ 56 ແມັດ ສ່ວນຍອດຂອງຫໍມີຄວາມອຽງຈາກແນວຕັ້ງສາກປະມານ 3.9 ແມັດ ເລີ່ມກໍ່ສ້າງໃນປີ 1173 ແຕ່ເມື່ອສ້າງເຖິງຊັ້ນທີ 2 ຖານດ້ານໜຶ່ງຂອງຫໍເລີ່ມມີການຍຸບຕົວ ສະຖາປະນິກຈິ່ງພະຍາຍາມສ້າງຕໍ່ໂດຍໃຫ້ຫໍເອນກັບໄປອີກດ້ານໜຶ່ງເພື່ອຖ່ວງສົມດູນ ແຕ່ການກໍ່ສ້າງຕ້ອງຢຸດຕິລົງເນື່ອງຈາກເກີດສົງຄາມ ຕໍ່ມາພາຍຫຼັງຈິ່ງໄດ້ມີການກໍ່ສ້າງຕໍ່ຈົນແລ້ວສົມບູນໃນ ປີ 1372 ລວມໄລຍະເວລາກໍ່ສ້າງປະມານ 177 ປີ

ກຳແພງເມືອງຈີນ (The Great Wall of China)

china_beijing_jinshanling_great-wall-of-china_459525207_news1

ເປັນກຳແພງທີ່ເຊື່ມຕໍ່ປ້ອມປາການຕ່າງໆ ກວ່າໝື້ນແຫ່ງເຂົ້ານຳກັນ ຕົວກຳແພງມີຄວາມສູງປະມານ 7 ແມັດ ແລະ ກ້ວາງປະມານ 5 ແມັດ ເລີ່ມກໍ່ສ້າງໃນສະໃໝພະເຈົ້າຈິນຊີຮ່ອງເຕ້ ໃນຊ່ວງ 220-206 ກ່ອນ ຄ.ສ ເພື່ອປ້ອງກັນການຮຸກຮານຈາກຊົນເຜົ່າທາງພາກເໜືອຂອງປະເທດຈີນ ແລະ ຕໍ່ມາກໍ່ມີການສ້າງເພີ່ມເຕີມເລື່ອຍໆ ຈົນຮອດຍຸກຂອງຣາຊາວົງໝິງ ໃນປະມານຊ່ວງສັດຕະວັດທີ 14 ຈາກການສຳຫຼວດໃນປີ ຄ.ສ 2012 ພົບວ່າ ກຳແພງຫຼັກ ແລະ ສາຂາຍ່ອຍຕ່າງໆ ມີຄວາມຍາວລວມເຂົ້າເກືອບ 22,000 ກິໂລແມັດ.

ເຈດີກະເບື້ອງເຄືອບເມືອງນານຈິງ (Porcelain Tower of Nanjing)

nanjing

ເຈດີຊົງແປດຫຼ່ຽມຈຳນວນ 9 ຊັ້ນ ຄວາມສູງປະມານ 79 ແມັດ ຕົວເຈດີສ້າງດ້ວຍອິດ ແລະ ກະເບື້ອງເຄືອບ ເປັນສ່ວນໜຶ່ງຂອງບູຮານສະຖານໃນວັດເປົາເອິນ (Bao En Temple) ໃນເມືອງນານຈິງ ປະເທດຈີນ ເຈດີນີ້ກໍ່ສ້າງໃນຣາຊາວົງໝິງ ໃນສັດຕະວັດທີ 15 ແຕ່ຖືກທຳລາຍໃນຊ່ວງເຫດການກະບົດໄທ່ຜິງ ປະມານຊ່ວງສັດຕະວັດທີ 19 ຕໍ່ມາໄດ້ມີການບູລະນະຂຶ້ນໃໝ່ໃນປີ 2010

ສຸສານແຫ່ງອາເລັກຊານເດຣຍ (Catacombs of Kom el Shoqafa)

egypt_alexandria_catacombs-of-kom-el-shoqafa_flickr_news1_0

ສຸສານໃຕ້ດິນຂະໜາດໃຫຍ່ໃນເມືອງ ອາເລັກຊານເດຣຍ ປະເທດ ອີຢິບ ສັນນິຖານວ່າສ້າງຂຶ້ນໃນຊ່ວງສັດຕະວັດທີ 2 ເພື່ອເປັນບ່ອນຝັງສົບຂອງກະສັດອີຢິບບູຮານ ແຕ່ບໍ່ມີການບັນທຶກວ່າໃຜເປັນຜູ້ສ້າງ ສຸສານນີ້ຖືກສ້າງເປັນລັກສະນະອຸໂມງໃຕ້ດິນ ເຈາະຜ່ານຊັ້ນຫີນລົງໄປໂດຍເຮັດເປັນສາມຊັ້ນ ມີການແກະສະລັກຕົບແຕ່ງສວຍງາມ

ສຸເຫລົ່າເຊນໂຊເຟຍ (Hagia Sophia)

turkey_istanbul_hagia-sophia_183996234_news1_0

ສ້າງຂຶ້ນໃນຊ່ວງສັດຕະວັດທີ 532 ໃນເຂດເມືອງ ອິສຕັນບູລ ປະເທດ ຕັວກກີ ແຕ່ກ່ອນເປັນໂບສຄຣິດນິກາຍກຣີກອໍໂທດອກຊ໌ ທີ່ມີອາຍຸເກົ່າແກ່ຫຼາຍກວ່າ ພັນປີ ຈົນຮອດປີ 1453 ສຸລາຕ່ານເມເໝັດທີ 2 (Sultan Mehmed II) ແຫ່ງຈັກກະວົງ ອ໊ອດໂຕມັນໄດ້ເຂົ້າມາຢຶດຄອງ ແລະ ຕັດແປງໂບສແຫ່ງນີ້ໃຫ້ກາຍເປັນສຸເຫລົ່າ ຈົນເຖິງປີ 1935 ລັດຖະບານຕັວກກີໄດ້ປ່ຽນຈາກສຸເຫລົ່າມາເປັນພິພິດທະພັນ

 

ຂໍ້ມູນຈາກ: https://www.skyscanner.co.th/news
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...