spot_img
Homeຂ່າວຕ່າງປະເທດເຮືອບິນໂດຍສານກາຕາຣ໌ ຖືກຂູ່ວາງລະເບີດ ທັບອາກາດອັງກິດໃຊ້ເຮືອບິນຮົບຈີ້ລົງຈອດຢ່າງປອດໄພ

ເຮືອບິນໂດຍສານກາຕາຣ໌ ຖືກຂູ່ວາງລະເບີດ ທັບອາກາດອັງກິດໃຊ້ເຮືອບິນຮົບຈີ້ລົງຈອດຢ່າງປອດໄພ

Published on

EyWwB5WU57MYnKOuFBrBXfU9nUhs91NuRNHMR3yxLr7O75NWXqsXNp

 

ເຮືອບິນໂດຍສານຂອງ ກາຕາຣ໌ ແອຣ໌ເວ ຖືກຂູ່ວາງລະເບີດ ເຮັດໃຫ້ກອງທັບອາກາດອັງກິດ ຕ້ອງສົ່ງເຮືອບິນຮົບ

ເຂົ້າຕາມຈີ້ ເພື່ອຈະພາເຮືອບິນລົງຈອດຢ່າງປອດໄພ ກ່ອນທີ່ຈະຮູ້ພາຍຫຼັງວ່າ ຄຳຂູ່ດັ່ງກ່າວເປັນພຽງເລື່ອງຂີ້ຕົວະ.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ເມື່ອວັນອັງຄານທີ 5 ສິງຫາຜ່ານມາ ກອງທັບອາກາດອັງກິດ ໄດ້ສົ່ງເຮືອບິນ

ຂັບໄລ່ຂອງຕົນ ບິນຈີ້ເຮືອບິນຕິດຕາມຈີ້ເຮືອບິນໂດຍສານ ແອຣ໌ບັສ A330-300 ຖ້ຽວບິນ QR23 ຂອງສາຍການ

ບິນ ກາຕາຣ໌ ແອຣ໌ເວ ຫຼັງຈາກທີ່ລູກເຮືອຂອງເຮືອບິນລຳນີ້ ໄດ້ຮັບຈົດໝາຍຂູ່ວ່າ ມີລະເບີດຢູ່ເທິງເຮືອບິນ ໂດຍ

ແອຣ໌ບັສລຳນີ້ ໄດ້ຖືກພາໃຫ້ລົງຈອດທີ່ສະໜາມບິນແມນເຊສເຕີຣ໌ ແລະ ຮັບຮູ້ພາຍຫຼັງວ່າ ຄຳຂູ່ດັ່ງກ່າວ ເປັນພຽງ

ເລື່ອງຫຼອກລວງ.

 

ໂຄສົກຂອງ ກາຕາຣ໌ ແອຣ໌ເວ ລະບຸວ່າ ຖ້ຽວບິນ QR23 ອອກເດີນທາງຈາກນະຄອນໂດຮາ ປະເທດກາຕາຣ໌ ພ້ອມຜູ້

ໂດຍສານ 269 ຄົນ ແລະ ລູກເຮືອອີກ 13 ຄົນ ເພື່ອມຸ່ງໜ້າໄປຍັງເມືອງແມນເຊສເຕີຂອງອັງກິດ ໂດຍເຫດການທີ່

ເກີດຂຶ້ນ ໄດ້ເຮັດໃຫ້ເຮືອບິນເດີນທາງເຖິງທີ່ໝາຍກ່ອນເວລາ 13:15 ໂມງ ຕາມກຳໜົດການ.

 

ສື່ຂອງສຳນັກຂ່າວຕ່າງໆລາຍງານ ອ້າງການເປີດເຜີຍຂອງແຫຼ່ງຂ່າວຫຼາຍແຫ່ງວ່າ ຜູ້ໂດຍສານຄົນໜຶ່ງໃນຖ້ຽວບິນ

ດັ່ງກ່າວ ໄດ້ສົ່ງຈົດໝາຍຂູ່ໃຫ້ແກ່ລູກເຮືອໃນຫ້ອງໂດຍສານ ແລະ ຕໍ່ມາລູກເຮືອໄດ້ນຳເອົາໄປມອບໃຫ້ກັບຕັນອີກ

ເທື່ອໜຶ່ງ ກ່ອນທີ່ກັບຕັນຈະສົ່ງສັນຍານເຕືອນໄປຍັງຫໍບັງຄັບການບິນ ແລະ ມີການສົ່ງເຮືອບິນຂັບໄລ່ບິນຕິດຕາມ

ພາເຮືອບິນໂດຍສານລຳດັ່ງກ່າວໃຫ້ລົງຈອດຢ່າງວ່ອງໄວ.

 

ຫຼັງຈາກເຮືອບິນແອຣ໌ບັສລຳນີ້ລົງຈອດ ເຈົ້າໜ້າທີ່ຕຳຫຼວດພ້ອມອາວຸດຄົບມື ໄດ້ເຂົ້າຄວບຄຸມຕົວຜູ້ໂດຍສານຄົນ

ໜຶ່ງ ລົງໄປຈາກເຮືອບິນລຳດັ່ງກ່າວ ໂດຍເຈົ້າໜ້າທີ່ໄດ້ຖະແຫຼງຢືນຢັນວ່າ ຊາຍຜູ້ນີ້ເປັນຜູ້ຕ້ອງສົງໄສ ສ້າງເລື່ອງຕົວະ

ວາງລະເບີດເຮືອບິນລຳດັ່ງກ່າວ.

 

ທັງນີ້ ຜູ້ໂດຍສານເທິງເຮືອບິນ QR23 ບໍ່ມີໃຜຮູ້ເຖິງສະຖານະການທີ່ເກີດຂຶ້ນກັບເຮືອບິນທີ່ພວກເຂົານັ່ງມາເລີຍ ເຊິ່ງ

ທ້າວ ແມັດທິວ ຄັອກ ເຜີຍຕໍ່ສຳນັກຂ່າວ ບີບີຊີ ວ່າ ເຂົາບໍ່ຮູ້ເລື່ອງການຂູ່ວາງລະເບີດເລີຍ ຈົນກະທັງກວດສອບຂໍ້ມູນ

ທາງທະວີດເຕີຣ໌ໃນພາຍຫຼັງ ເມື່ອລົງຈາກເຮືອບິນແລ້ວຈິ່ງຮັບຮູ້ເຫດການທີ່ເກີດຂຶ້ນ, ສ່ວນຊາຍທີ່ຖືກຕຳຫຼວດຄວບ

ຄຸມຕົວອອກໄປນັ້ນ ກໍເບິ່ງປົກກະຕິທຳມະດາ ບໍ່ຕ່າງຈາກຜູ້ໂດຍສານຄົນອື່ນໆ.

 

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...