Homeຂ່າວຕ່າງປະເທດກ້າທ້າຄວາມໜາວ! ຈີນຈັດແຂ່ງຂັນລອຍນໍ້າລະດູໜາວ ອຸນຫະພູມຕິດລົບ 30 ອົງສາ

ກ້າທ້າຄວາມໜາວ! ຈີນຈັດແຂ່ງຂັນລອຍນໍ້າລະດູໜາວ ອຸນຫະພູມຕິດລົບ 30 ອົງສາ

Published on

ສຳນັກຂ່າວໄຊນ່າ ນິວສ໌ ຂອງຈີນລາຍງານວ່າ ເມື່ອວັນທີ 25 ທັນວາ 2016 ຜ່ານມາ ຢູ່ເຂດເຈຍເກີ໋ຕ໋າສີ ເຂດພູມມິພາກຕ້າຊິງອັນຫຼິ່ງ ມົນທົນເຮຍຫຼົງເຈຍ ທາງພາກເໜືອສຸດຂອງຈີນ ແລະເປັນພື້ນທີ່ປ່າໄມ້ທຳມະຊາດທີ່ໃຫຍ່ທີ່ສຸດຂອງຈີນ ໄດ້ຈັດການແຂ່ງຂັນລອຍນໍ້າລະດູໜາວ ລະຫວ່າງປະເທດປະຈຳປີຄັ້ງທີ 9 ຂຶ້ນ ເຊິ່ງການແຂ່ງຂັນໄດ້ດຶງດູດນັກກິລາລອຍນໍ້າລະດູໜາວ ແລະຜູ້ທີ່ສົນໃຈເຈົ້າຮ່ວມຫຼາຍກວ່າ 100 ຄົນ ຈາກທີມກິລາລອຍນໍ້າລະດູໜາວ 30 ຄົນ ທັງໃນຈີນ, ລັດເຊຍ, ສິງກະໂປ ແລະປະເທດອື່ນໆ

ເຖິງແມ່ນວ່າ ໃນມື້ແຂ່ງຂັນອຸນຫະພູມຈະຕິດລົບ 30 ອົງສາ ເຊິ່ງເປັນອຸນຫະພູມທີ່ເຮັດໃຫ້ຫຼາຍຄົນຢາກຢູ່ໃນຜ້າຫົ່ມຜືນໜາໃນເຮືອນທີ່ອົບອຸ່ນກໍຕາມ ແຕ່່ຜູ້ເຂົ້າແຂ່ງຂັນກໍກຽມຄວາມກ້າ ແລະຮ່າງກາຍມາຢ່າງດີ ເຖິງອາກາດຈະໜາວ ເຖິງຂົ້ວຫົວໃຈ ແຕ່ພວກເຂົາກໍບໍ່ຮູ້ສຶກຢ້ານ ແຕ່ພາຕ່າງພາກັນປ່ຽນຊຸດໂດດລົງນໍ້າຫຼິ້ນຢ່າງມ່ວນຊື່ນ

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...