spot_img
Homeນານາສາລະຂໍ້ເສຍຂອງການດື່ມນໍ້າອັັດລົມເປັນປະຈໍາ

ຂໍ້ເສຍຂອງການດື່ມນໍ້າອັັດລົມເປັນປະຈໍາ

Published on

 

  1. ເຮັດໃຫ້ກິນອາຫານໄດ້ໜ້ອຍລົງ ເພາະເກີດຄວາມຮູ້ສຶກອິ່ມ ແຕ່ບໍ່ໄດ້ໝາຍຄວາມວ່າຈະເຮັດໃຫ້ຈ່ອຍລົງ ເພາະນໍ້າອັດລົມມີນໍ້າຕານທີ່ໃຫ້ພະລັງງານສູງຢູ່
  2. ເກີດພາວະຂາດສານອາຫານ ໂດຍສະເພາະເດັກນ້ອຍທີ່ມັກດື່ມນໍ້າອັດລົມ ເຮັດໃຫ້ບໍ່ກິນອາຫານທີ່ມີຄຸນຄ່າຢ່າງອື່ນ ມີຜົນຕໍ່ການຈະເລີນເຕີບໂຕ
  3. ເຮັດໃຫ້ແຂ້ວເປັນແມງ ແລະພ່ອຍ ເພາະຄວາມຫວານໃນນໍ້າຕານ ເປັນຕົວການທີ່ກໍໃຫ້ເກີດພະຍາດແຂ້ວແມງ ແລະກົດຄາຣ໌ໂບນິກ ຍັງໄປທໍາລາຍສານເຄືອບແຂ້ວ ນໍ້າອັດລົມຈະມີຄ່າຄວາມເປັນກົດດ່າງທີ່ປະມານ 3.4 ຄົນທີ່ມີອາຍຸເກີນ 30 ປີ ກະດູກຈະພ່ອຍລົງ 8-18% ຂຶ້ນຢູ່ກັບການກິນອາຫານທີ່ເປັນກົດເຂົ້າໄປ
  4. ນໍ້າອັດລົມມີແກ໊ສ ເຮັດໃຫ້ເກີດມີອາການທ້ອງອືດ ທີ່ສໍາຄັນຄົນທີ່ເປັນພະຍາດກະເພາະອາຫານ ເມື່ອດື່ມນໍ້າອັດລົມເຂົ້າໄປ ກໍຈະມີອາການເຈັບທ້ອງ ເພາະສະພາບຄວາມເປັນກົດຂອງຕົວເຄື່ອງດື່ມນັ້ນ
  5. ດື່ມນໍ້າອັດລົມຕະຫຼອດເຮັດໃຫ້ເປັນພະຍາດອ້ວນ, ເບົາຫວານ ເພາະຮ່າງກາຍຈະຮັບນໍ້າຕານຫຼາຍເກີນຄວາມຈໍາເປັນ
  6. ຄົນທີ່ດື່ມນໍ້າອັດລົມຫຼາຍ ຈະນອນບໍ່ຫຼັບ ເພາະໃນນໍ້າອັດລົມມີການຄາເຟອິນ ຄົນທີ່ມີຮ່າງກາຍທີ່ໄວຕໍ່ຄາເຟອິນ ຈະຮູ້ສຶກໃຈສັ່ນ ແລະເຈັບຫົວ ເພາະຄາເຟອິນໃນນໍ້າອັດລົມຈະມີລິດກະຕຸ້ນສະໝອງ
  7. ອາຫານບໍ່ຍ່ອຍ ເພາະນໍ້າອັດລົມທີ່ມີອຸນຫະພູມຄວາມເຢັນທີ່ຕໍ່າກວ່າ ອຸນຫະພູມຂອງຮ່າງກາຍ ລົງໄປໃນກະເພາະອາຫານ ເປັນການລົບກວນການທໍາງານຂອງລະບົບຍ່ອຍອາຫານ ຈະຮູ້ສຶກວ່າທ້ອງອືດ, ອາຫານບໍ່ຍ່ອຍ ບໍ່ສະບາຍໂຕ ເກີດລົມໃນກະເພາະ

ບົດຄວາມຫຼ້າສຸດ

ພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025

ສົກສຶກສາ 2024-2025 ນັກສຶກສາ ມຊ ໄດ້ໃບປະກາດແດງ 64 ຄົນ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025 ມີທັງໝົດ 3.352...

ປະສານສຽງແຕກຍິງທົດລອງ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”

ປະສານສຽງແຕກ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ "ລາໂຣສ-2025" ໜັງສືພິມກອງທັບລາຍງານວ່າ: ​ວັນທີ 20 ກັນຍາ 2025, ທີ່ ສະໜາມຫັດແອບວິທະຍາຄານ ນາຍທະຫານບົກ ກົມມະດໍາ...

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...