Homeຂ່າວຕ່າງປະເທດຍິງສາວຫຼົງຮັກໝາປັ໊ກ ຮັບລ້ຽງໄວ້ກວ່າ 30 ໂຕ ໃຊ້ເງິນປີລະ 20,000 ປອນ

ຍິງສາວຫຼົງຮັກໝາປັ໊ກ ຮັບລ້ຽງໄວ້ກວ່າ 30 ໂຕ ໃຊ້ເງິນປີລະ 20,000 ປອນ

Published on

ອີງຕາມສໍານັກຂ່າວຕ່າງປະເທດລາຍງານວັນທີ 27 ທັນວາ ທີ່ຜ່ານມາວ່າ: ເບຄກ້າ ເດຣກ ຍິງສາວຄົນຮັກໝາເປັນຊີວິດຈິດໃຈ ອາຍຸ 40 ປີ ຄົນໜຶ່ງໃນມົນທົນເຊຊະເຊີຣ໌ ປະເທດອັງກິດ ຖີ້ມວຽກຊ່າງເສີມຄວາມງາມຂອງຕົນເອງ ເພື່ອມາເບິ່ງແຍງໝາສາຍພັນປັ໊ກ ທີ່ລາວຮັບມາລ້ຽງໄວ້ກວ່າ 30 ໂຕ ໂດຍໃນແຕ່ລະປີລາວຕ້ອງໃຊ້ເງິນໃນການລ້ຽງລູກໝາປະມານ 20,000 ປອນ ຊຶ່ງປີນີ້ລາວໃຊ້ເງິນໄປກວ່າ 1,000 ປອນ ສໍາຫຼັບໝາຂອງລາວໃນເທດສະການຄຣິດສະມາດ.

ນອກນີ້ ລາວຍັງໄດ້ເຮັດການກໍ່ຕັ້ງມູລະນິທິຊ່ວຍເຫຼືອໝາອີກດ້ວຍ ຊຶ່ງລາວເຜີຍວ່າ ຕະຫຼອດ 10 ປີມານີ້ ລາວໃຊ້ຈ່າຍເງິນໄປແລ້ວກວ່າ 13 ລ້ານປອນ ໃນການລ້ຽງດູພວກມັນເປັນຢ່າງດີ ທັງເລື່ອງອາຫານການກິນ, ອອກກໍາລັງກາຍ ຫຼືທີ່ພັກອາໄສ.

%e0%ba%aa%e0%ba%b2%e0%ba%a7%e0%ba%a5%e0%bb%89%e0%ba%bd%e0%ba%87%e0%bb%9d%e0%ba%b2%e0%bb%9d%e0%ba%b2%e0%ba%99%e0%bb%89%e0%ba%ad%e0%ba%8d%e0%ba%a5%e0%bb%89%e0%ba%bd%e0%ba%87%e0%bb%9d%e0%ba%b2

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...