spot_img
Homeຂ່າວຕ່າງປະເທດໜູກັດເງິນ 27,000 ຢວນທີ່ເກັບໄວ້ຖັງເຂົ້າສານ ຈົນມຸ່ນທັງໝົດ

ໜູກັດເງິນ 27,000 ຢວນທີ່ເກັບໄວ້ຖັງເຂົ້າສານ ຈົນມຸ່ນທັງໝົດ

Published on

ເວັບໄຊຂ່າວປະເທດຈີນ ລາຍງານເມື່ອວັນທີ 27 ທັນວາ 2016 ຜ່ານມາວ່າ ມີແມ່ຍິງຄົນໜຶ່ງອາຍຸ 51 ປີ ເປັນຄົນໝູ່ບ້ານຊຸຍເຈຍໂກວ ຕຳບົນເຈຍເໝົ່າ ອຳເພີສຸຍເຕີ໋ ເມືອງຢູຫຼິນ ມົນທົນສ່ານຊີ ຕ້ອງເສຍໃຈຢ່າງຮຸນແຮງ ເພາະເງິນທີ່ເກັບໄວ້ກັບສາມີ ຈາກການເຮັດວຽກຢ່າງໜັກ ເງິນກວ່າ 27,000 ຢວນ ທີ່ເກັບໄວ້ໃນຖັງເຂົ້າສານ ພາຍໃນເຮືອນຖືກໜູກັດອອກມາຈົນມຸ່ນທັງໝົດ ບໍ່ເຫຼືອຈັກຢວນ

ເຮັດໃຫ້ສາມີຂອງລາວກະວົນກະວາຍ ຮ້ອນໃຈຈົນກິນບໍ່ໄດ້ນອນບໍ່ຫຼັບມາຫຼາຍວັນ ລວມເຖິງສະມາຊິກພາຍໃນເຮືອນກໍຄືກັນຕ່າງກໍພາກັນອຸກໃຈ. ແຕ່ໂຊກດີທີ່ທາງທະນາຄານພານິດ ໃນອຳເພີດັ່ງກ່າວ ໄດ້ແນະນຳວ່າ ໃຫ້ລາວເກັບລວບລວມເງິນທັງໝົດນັ້ນມາແລ້ວ ທາງທະນາຄານຈະດຳເນີນການປ່ຽນຄືນໃຫ້

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...