spot_img
Homeຂ່າວຕ່າງປະເທດມົງໂກເລຍ ເກີດປາກົດການທຳມະຊາດທີ່ຊອກເບິ່ງໄດ້ຍາກ “ເສົາແສງອາທິດ” ດົນເຖິງ 2 ຊົ່ວໂມງ

ມົງໂກເລຍ ເກີດປາກົດການທຳມະຊາດທີ່ຊອກເບິ່ງໄດ້ຍາກ “ເສົາແສງອາທິດ” ດົນເຖິງ 2 ຊົ່ວໂມງ

Published on

ສຳນັກຂ່າວຈີນລາຍງານເມື່ອວັນທີ 26 ທັນວາ 2016 ຜ່ານມາວ່າ ຢູ່ເຂດປົກຄອງຕົນເອງ ຊີຫຼິນກົວເລີ່ ໃນເຂດປົກຄອງຕົນເອງຂອງມົງໂກເລຍ ຢູ່ທາງພາກເໜືອຂອງຈີນ ໄດ້ເກີດປາກົດການທຳມະຊາດທີ່ຊອກເບິ່ງຍາກທີ່ເອີ້ນວ່າ “ເສົາແສງອາທິດ” ທີ່ເກີດຈາກນໍ້າກ້ອນສະທ້ອນແສງແດດ ຢູ່ຊັ້ນບັນຍາກາດຂຶ້ນ ຕັ້ງແຕ່ເວລາປະມານ 19:30-21:30 ໂມງ ຕາມເວລາທ້ອງຖິ່ນ ຕໍ່ເນື່ອງກັນດົນເຖິງ 2 ​ຊົ່ວໂມງ

ເຊິ່ງໃນເວລານັ້ນ ພື້ນທີ່ດັ່ງກ່າວມີສະພາບອາກາດໜາວແຮງ ອຸນຫະພູມຕິດລົບ 20 ອົງສາ, ຟ້າສົດໃສ ທັງບໍ່ມີລົມ ເຮັດໃຫ້ສັງເກດ ແລະເບິ່ງປາກົດການນີ້ໄດ້ງ່າຍ ເຊິ່ງປາກົດການນີ້ ເຮັດໃຫ້ເມືອງດັ່ງກ່າວ ງາມ ຄືກັບປະດັບປະດາດ້ວຍແສງໄຟສີງົດງາມ ຄືກັບເປັນເມືອງນິທານໃນຝັນ

ປາກົດການເສົາແສງອາທິດ ເກີດຈາກແຜ່ນນໍ້າກ້ອນສະທ້ອນແສງແດດ ໃນຊັ້ນບັນຍາກາດ ເຊິ່ງແຜ່ນນໍ້າກ້ອນເຫຼົ່ານີ້ ຈະລະເຫີຍ ແຕ່ໃນຊ່ວງອຸນຫະພູມເຢັນແຮງ ຈະບໍ່ລະລາຍ ແລະລອຍໂຕມາໃກ້ພື້ນດິນ (ບາງຄັ້ງເອີ້ນວ່າ ໝອກຄຣິສຕັລ) ເກັດນໍ້າກ້ອນເທິງພື້ນໂລກ ຈຶ່ງສະທ້ອນຈາກຕາເວັນ ເກີດລັກສະນະຄື ແສງສ່ອງຂຶ້ນຈາກພື້ນດິນ ບໍ່ຕ່າງເສົາທີ່ເປັນແສງຂຶ້ນໄປເທິງຟ້າ ເຊິ່ງມັກຈະເກີດຂຶ້ນໃນຊ່ວງດວງຕາເວັນຂຶ້ນ ຫຼືຕົກ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...