Homeຂ່າວຕ່າງປະເທດທຣັມວິຈານ UN ເປັນຄືສະໂມສອນພົບປະ ແລະປີໜ້າຕ້ອງແຕກຕ່າງ

ທຣັມວິຈານ UN ເປັນຄືສະໂມສອນພົບປະ ແລະປີໜ້າຕ້ອງແຕກຕ່າງ

Published on

ທຣັມ ວິຈານໃນວັນສະຫະປະຊາຊາດ ຫຼັງ UN ລົງມະຕິຕໍານິ ອິດສະຣາເອລ ຕັ້ງຖິ່ນຖານໃນເວສແບງຄ໌ ແລະເຢຣູຊາເລ໊ມ ຕະເວັນອອກ.

ອີງຕາມສໍານັກຂ່າວຕ່າງະເທດລາຍງານວັນທີ 27 ທັນວາ ນີ້ວ່າ: ໂດນັນ ທຣັມ ວ່າທີ່ປະທານາທິບໍດີສະຫະລັດ ກ່າວຜ່ານທະວິຕເຕີຣ໌ ທີ່ສະຫະປະຊາຊາດ ຫຼື UN ທີ່ເປັນອົງກອນໃຫຍ່ມີສັກກະຍະພາບ ແຕ່ກາຍເປັນພຽງສະໂມສອນທີ່ປະຊາຊົນມາສົນທະນາ ແລະໃຊ້ເວລາດີໆນໍາກັນ ແລະເມື່ອວັນສຸກທີ່ຜ່ານມາ ( 23 ທັນວາ ) ວ່າທີ່ຜູ້ນໍາສະຫະລັດ ຍັງບອກວ່າສະຫະປະຊາຊາດຈະຕ້ອງແຕກຕ່າງໄປຈາກນີ້ນັບຕັ້ງແຕ່ວັນທີ 20 ມັງກອນ 2017 ເປັນຕົ້ນໄປ ຊຶ່ໝາຍຄວາມເຖິງຫຼັງພິທີຮັບຕໍາແໜ່ງຂອງຕົນນັ້ນເອງ.

ທັງນີ້ ສະຫະປະຊາຊາດ ທີ່ຍັງຢູ່ພາຍໃຕ້ການບໍລິຫານຂອງ ບາລັກ ໂອບາມາ ທີ່ຍັງຢູ່ໃນຖານະຜູ້ນໍາ ງົດອອກລົງຄະແນນສຽງສໍາຫຼັບປັນຫາຄວາມຂັດແຍ້ງລະຫວ່າງອິດສະຣາເອລ ແລະປາເລສໄຕນ໌ ທໍາລາຍຄວາມຫວັງຂອງຝັ່ງ ທຣັມ ທີ່ຮຽກຮ້ອງຢັບຢັ້ງການຊ້ອມຮົບຂອງສະຫະລັດ ແລະມີຂໍ້ກໍານົດສໍາຫຼັບຂັ້ນຕອນສໍາຄັນຂອງຄວາມສໍາພັນກັບຜູ້ນໍາອິດສະຣາເອລ.

ໂດນັນ ທຣັມ ຍັງຢໍ້າອີກວ່າ ເສຍໃຈຫຼາຍທີ່ອົງກອນໃຫຍ່ຂອງໂລກ ມີສະຖານະຄືທີ່ສັງສັນ ຫຼືຊຸມນຸມເທົ່ນນັ້ນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...