Homeຂ່າວຕ່າງປະເທດອິນເດຍທົດສອບຂີປະນາວຸດ ຄັ້ງໃໝ່ສຳເລັດ ຍິງໄກຮອດ 5,000 ກິໂລແມັດ

ອິນເດຍທົດສອບຂີປະນາວຸດ ຄັ້ງໃໝ່ສຳເລັດ ຍິງໄກຮອດ 5,000 ກິໂລແມັດ

Published on

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 27 ທັນວາ 2016 ວ່າ ອິນເດຍປະກາດຂ່າວດີ ກັບຄວາມສຳເລັດຄັ້ງໃໝ່ໃນປະເທດຕົນ ຫຼັງຈາກທົດລອງຂີປະນາວຸດຄັ້ງທີ 4 ເຊິ່ງສາມາດຕິດຫົວລົບນິວເຄຣຍໄດ້ເປັນໄດ້ດ້ວຍດີ ເຊິ່ງຂີປະນາວຸດນັ້ນ ມີຊື່ວ່າ ອັກຄະນີ-5 ສາມາດຍິງໄດ້ໄກເຖິງ 5,000 ກິໂລແມັດ ຫຼືພື້ນທີ່ເໜືອສຸດ

ອັກຄະນີ ມີຄວາມໝາຍວ່າ ໄຟ ຕາມພາສາຮິນດູ ແລະສັນສະກິດ ຂີປະນາວຸດມີຄວາມຍາວ 17,5 ແມັດ ໜັກ 50 ໂຕນ ເຊິ່ງການທົດລອງເມື່ອວັນຈັນ ທີ26 ທັນວາຜ່ານມາ ທີ່ເກາະອັບດຸລຄາລຳ ທາງຕາເວັນອອກຂອງລັດໂອຣິສາ ເຊິ່ງການທົດລອງຂີປະນາວຸດ ຍິງໄດ້ໄກເຖິງ ນ່ານນໍ້າຂອງອອສເຕເລຍ

ໂຄງການຂີປະນາວຸດ ຂອງອິນເດຍ ຖືກພັດທະນາມາດົນເຖິງ 10 ປີ ໃນຕອນທຳອິດຕັ້ງຂຶ້ນເພື່ອກຽມຄວາມພ້ອມສຳລັບການໂຈມຕີຈາກປາກິສະຖານ ປະເທດທີ່ມີຄວາມຂັດແຍ່ງກັນຕະຫຼອດ ແລະເຄີຍກໍ່ສົງຄາມກັບອິນເດຍມາແລ້ວ 3 ຄັ້ງ, ທາງດ້ານປາກິສະຖານກໍມີອາວຸດນິວເຄຣຍເຊັ່ນກັນ

ທາງດ້ານທ່ານ ເຣນທຣາ ໂມດີ ນາຍົກລັດຖະມົນຕີ ກໍສະແດງຄວາມຍິນດີ ກັບຄວາມສຳເລັດຄັ້ງນີ້ ໂດຍບອກວ່າ “ຄວາມສຳເລັດຂອງການທົດສອບອັກຄະນີ-5 ຄັ້ງນີ້ ສ້າງຄວາມພູມໃຈໃຫ້ແກ່ຄົນອິນເດຍຫຼາຍ ແລະຍັງສ້າງຄວາມແຂງແຮງໃຫ້ແກ່ກຳລັງທະຫານຂອງອິນເດຍອີກດ້ວຍ”

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...