Homeນານາສາລະ7 ວິທີ ເປັນແຟນທີ່ໜ້າຮັກທີ່ສຸດຂອງຜູ້ຊາຍ

7 ວິທີ ເປັນແຟນທີ່ໜ້າຮັກທີ່ສຸດຂອງຜູ້ຊາຍ

Published on

 

  1. ຄິດແນວໃດກໍເວົ້າອອກໄປ: ນີ້ຄືສິ່ງໜຶ່ງທີ່ຜູ້ຊາຍຕ້ອງການເປັນສິ່ງທໍາອິດ ເວລາເຮົາຄິດ ຫຼືຮູ້ສຶກແນວໃດໃຫ້ບອກເຂົາໄປ ດີກວ່າຄຽດໃຫ້ເຂົາ ຫຼືເກັບມາຄິດນ້ອຍໃຈຄົນດຽວ
  2. ເຂົ້າໃຈເຂົາ: ເວລາຄົບກັບກໍຕ້ອງເຂົ້າໃຈຊຶ່ງກັນແລະກັນ ແລກປ່ຽນຄວາມຄິດ ຄວາມຫ່ວງໃຍກັນຢູ່ຕະຫຼອດ
  3. ລອງເຮັດເລື່ອງເຊີໄພຣສ໌ ໃນມື້ທໍາມະດາ: ບໍ່ຈໍາເປັນຕ້ອງເປັນມື້ສໍາຄັນ ທີ່ຈະມອບສິ່ງຂອງ ຫຼືໄປສະຫຼອງວັນຄົບຮອບ ພຽງແຕ່ເຮັດທຸກມື້ໃຫ້ມີຄວາມສຸກ ເທົ່ານີ້ກໍພໍແລ້ວ
  4. ຢ່າງີ່ເງົ່າເອົາແຕ່ໃຈ: ຂໍ້ນີ້ເປັນສິ່ງທີ່ຜູ້ຍິງເຮັດໄດ້ຍາກ ເອົາແຕ່ໃຈກໍຢ່າໃຫ້ເກີນໄປ
  5. ເອົາໃຈເຂົາ: ເພາະຜູ້ຊາຍມັກຜູ້ຍິງອ່ອນໂຍນ, ໜ້າຮັກ, ເອົາໃຈເກັ່ງ ບໍ່ແມ່ນຈະໃຫ້ເຂົາເປັນຄົນເອົາໃຈຢູ່ຝ່າຍດຽວ
  6. ເຄົາລົບ ໃຫ້ກຽດກັນ ແລະກັນ: ຖ້າຫາກເຮົາຮັກກັນແລ້ວບໍ່ໃຫ້ຄວາມເຄົາລົບກັນ ແລກັນ ຄວາມຮັກມັນກໍມີໂອກາດພັງລົງກາງທາງ ຫຼືບາງທີຍັງບໍ່ໄດ້ເລີ່ມດ້ວຍຊໍ້າ ຕ້ອງຮູ້ຈັກໃຫ້ກຽດຄົນທີ່ເຮົາຮັກ ເຄົາລົບໃນການຕັດສິນໃຈ ຄວາມຄິດຂອງເຂົາ ຖ້າເຮົາຄິດວ່າບ່ອນໃດບໍ່ດີ ກໍເວົ້າບອກເຫດຜົນໄປ ເຮັດຄືເປັນທີ່ປຶກສາໃຫ້ເຂົາ
  7. ເປັນກໍາລັງໃຈໃຫ້ເຂົາ: ທຸກຄົນຕ້ອງມີຕອນເສົ້າ, ໝົດແຮງ, ເສຍກໍາລັງໃຈຄືກັນ ແຕ່ບໍ່ວ່າຈະຫຼາຍ ຫຼືໜ້ອຍ ເຂົາກໍຕ້ອງຊອກຄົນທີ່ຈະມາຮັບຟັງ ລົມ ແລະເຂົ້າໃຈເຂົາ ຖ້າເວລາໃດເຈົາຮູ້ສຶກວ່າເຂົາທໍ້ຖອຍ, ໝົດຫວັງ ກໍລອງປອບໃຈ, ກອດເຂົາ ເຮັດໃຫ້ເຂົາຮູ້ວ່າ ເມື່ອເວລາລໍາບາກ ແນວໃດກໍຍັງມີເຈົ້າຢູ່ຄຽງຂ້າງ ຢ່າເຮັດໃຫ້ເຂົາຮູ້ສຶກໂດດດ່ຽວ ຈົນເຂົາຕ້ອງໄປປຶກສາຄົນອື່ນແທນທີ່ຈະເປັນເຈົ້າ

ບົດຄວາມຫຼ້າສຸດ

ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເເບບຍືນຍົງ ເເລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

ໃນວັນທີ 21 ສິງຫາ 2026, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ປະຈໍາປີ 2026, ໂດຍການເປັນປະທານຂອງ...

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລາຊະທູດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ປະຈໍາ ສປປ ລາວ.

ໃນຕອນບ່າຍຂອງວັນທີ 19 ສິງຫາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບ ຂອງ ທ່ານ ປອ. ບັດເດີ...

ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ. ຈາກນັ້ນ,...

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...