Homeຂ່າວຕ່າງປະເທດທຣັມ ດັນທີມງານກົດໝາຍຮັບຜິດຊອບວຽກງານທູດ

ທຣັມ ດັນທີມງານກົດໝາຍຮັບຜິດຊອບວຽກງານທູດ

Published on

ວ່າທີ່ປທານາທິບໍດີຄົນໃໝ່ຂອງສະຫະລັດ ເລືອກຫົວໜ້າທີມກົດໝາຍບໍລິສັດຕົນເອງນັ່ງຕໍາແໜ່ງທູດພິເສດ

ອີງຕາມສໍານັກຂ່າວຕ່າງປະເທດລາຍງານວັນທີ 26 ທັນວາ ນີ້ວ່າ: ໂດນັນ ທຣັມ ວ່າທີ່ປະທານາທິບໍດີຄົນໃໝ່ຂອງສະຫະລັດ ກໍາລັງເລື່ອນຜູ້ນໍາອົງການກົດໝາຍຂອງຕົນເອງ ຂຶ້ນເຮັດວຽກໃນຖານະທີມງານຂອງລັດຖະບານໃໝ່ ເພື່ອຈັດການກັບທູດທີ່ອ່ອນແອ ແລະການຕໍ່ລອງລະຫວ່າງຊາດ.

ໂດຍ ເຈສັນ ກຣີນແບລຕທ໌ ແລະຫົວໜ້າສໍານັກງານກົດໝາຍຂອງ ທຣັມ ຈະຂຶ້ນເປັນຜູ້ແທນພິເສດ ໃນການຕໍ່ລອງລະຫວ່າງຊາດ ໂດຍແຫຼ່ງຂ່າວດຽວກັນ ບອກວ່າສ່ວນໃຫຍ່ ກຣີນແບລຕທ໌ ຈະເຮັດວຽກໃນດ້ານຂະບວນການສັນຕິພາບ ອິສະຣາເອວ-ປາເລສໄຕນ໌ ຄວາມສໍາພັນກັບຄິວບາ ແລະຂໍ້ຕົກລົງທາງການຄ້າ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...