Homeຊີວິດແລະຄວາມຮັກ5 ວິທີຮັບມື ເມື່ອຮູ້ສຶກຫຶງຫວງຄົນຮັກຫຼາຍເກີນໄປ

5 ວິທີຮັບມື ເມື່ອຮູ້ສຶກຫຶງຫວງຄົນຮັກຫຼາຍເກີນໄປ

Published on

ເມື່ອຄວາມສຳພັນຂອງສອງຄົນທີ່ເປັນຄູ່ຮັກກັນ ການເວົ້າ ແລະການກະທຳກໍແຕກຕ່າງຈາກຄົນເປັນໝູ່ກັນ ໂດຍສະເພາະອາການຫຶງຫວງຄົນຮັກ ທີ່ບໍ່ວ່າໃຜກໍຕ້ອງເຄີຍເກີດຄວາມຮູ້ສຶກນີ້ຂຶ້ນມາ ເມື່ອມີຄົນອື່ນເຂົ້າມາກ່ຽວຂ້ອງກັບຄົນຮັກຂອງຕົນເອງ ເຊິ່ງການຫຶງຫວງຕ້ອງມີຂອບເຂດ ຢ່າຫຶງຫວງຫຼາຍເກີນໄປ. ດັ່ງນັ້ນ ຈຶ່ງມາຮູ້ວິທີຮັບມື ເມື່ອຮູ້ສຶກຫຶງຫວງຄົນຮັກຫຼາຍເກີນໄປ

  1. ປຶກສາ ແລະເວົ້ານຳແບບກົງໆ: ວິທີນີ້ ຈະຊ່ວຍໃຫ້ເຂົາເຂົ້າໃຈເຖິງເຈົ້າຫຶງຫວງເຂົາຍ້ອນຫຍັງ ແລະເຂົາຄວນຈັດການກັບເຫດການນີ້ແນວໃດຕໍໍ່ໄປ ແລະກໍເປັນວິທີທີ່ເຈົ້າຈະເຂົ້າໃຈເຂົາຫຼາຍຂຶ້ນ
  2. ບໍ່ຄວນຄິດຫຼາຍ: ອາການຫຶງຫວງຂອງຄົນເກີດຂຶ້ນຍ້ອນການຄດິຫຼາຍ ເຊິ່ງເອົາເຫດການຕ່າງໆມາຕິດຕໍ່ກັນຈົນເປັນເລື່ອງ ທັງໆທີ່ຕົວເອງຍັງບໍ່ຮູ້ຄວາມຈິງ ເຊິ່ງການຄິດຫຼາຍເປັນຄວາມຮູ້ສຶກປົກກະຕິຂອງຄົນ ແຕ່ເມື່ອເກີດຂຶ້ນກໍຄວນກຳຈັດຄວາມຄິດນັ້ນອອກໄປ ແລະມາສົນໃຈວິທີທີ່ຈະເຮັດໃຫ້ຄວາມຮັກດີຂຶ້ນດີກວ່າ
  3. ບໍ່ຄວນສົງໄສຄົນຮັກ: ການຫຶງຫວງເກີດຂຶ້ນຍ້ອນມີຄົນອື່ນມາໃກ້ຊິດກັບຄົນຮັກ ເຊິ່ງມັກກໍບໍ່ແມ່ນເລື່ອງແປກທີ່ເຈົ້າຈະສົງໄສ ແຕ່ວ່າເຈົ້າຄວນຈະຖາມຄົນຮັກຂອງຕົນເອງກົງໆຈະດີກວ່າ ເມື່ອເຂົາເຮັດບາງຢ່າງໃຫ້ເຈົ້າບໍ່ສະບາຍໃຈ
  4. ໝັ້ນໃຈໃນຕົວເອງ: ເລີ່ມຕົ້ນດ້ວຍການເວົ້າ ແລະບອກກັບຕົນເອງວ່າ ການຫຶງຫວງເປັນຄວາມຮູ້ສຶກທີ່ຄວນລົບອອກໄປ ແລະບໍ່ຄວນໃຫ້ຄວາມຮູ້ສຶກແບບນີ້ເກີດຂຶ້ນອີກ ເຊິ່ງວິທີນີ້ນອກຈາກຈະຊ່ວຍໃຫ້ເຈົ້າຮູ້ສຶກໝັ້ນໃຈໃນຕົວເອງວ່າ ເຈົ້າມີຄຸນຄ່າກັບຄວາມຮັກທີ່ເຂົາມອບໃຫ້ ແລະຍັງຊ່ວຍໃຫ້ຄວາມສຳພັນຂອງເຈົ້າມີຄວາມໝັ້ນຄົງ ແລະມີຄວາມຮັກທີຫວານຂຶ້ນອີກດ້ວຍ
  5. ຢຸດຄວາມຮູ້ສຶກຫຶງຫວງ: ອາການຫຶງຫວງນຳມາເຊິ່ງການກະທຳ ແລະຄຳເວົ້າອັນບໍ່ດີ ທີ່ມາຈາກຄວາມໃຈຮ້າຍ ເຊິ່ງຫຼາຍຄັ້ງກໍເກີດການຜິດຖຽງກັນ, ດັ່ງນັ້ນ ຫາກເປັນໄປໄດ້ຄວນຢຸດຄວາມຮູ້ສຶກນີ້ເອົາໄວ້ຕັ້ງແຕ່ທຳອິດ ເຊິ່ງການຫຼີກລຽງຄວາມຄິດທີ່ວ່າ ເຈົ້າເປັນເຈົ້າຂອງຄວາມຮັກ ເພາະຄົນຮັກຂອງເຈົ້າ ບໍ່ໄດ້ແມ່ນສິ່ງຂອງທີ່ເຈົ້າຈະສາມາດເກັບເອົາໄວ້ກັບຕົວເອງໄດ້ຕະຫຼອດໄປ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...