spot_img
Homeຂ່າວຕ່າງປະເທດທາງການຟິລິບປິນ ປະກາດໃຫ້ປະຊາຊົນພ້ອມຮັບມືກັບປັນຫາລົມ ແລະຝົນ ຫຼັງພາຍຸອ່ອນແຮງ

ທາງການຟິລິບປິນ ປະກາດໃຫ້ປະຊາຊົນພ້ອມຮັບມືກັບປັນຫາລົມ ແລະຝົນ ຫຼັງພາຍຸອ່ອນແຮງ

Published on

ອີງຕາມສໍານັກຂ່າວຕ່າງປະເທດລາຍງາຍວັນທີ 26 ທັນວາ ນີ້ວ່າ: ພາຍຸໃຕ້ຝຸ່ນນ໊ອຄ-ເຕັນ ອ່ອນກໍາລັງແຮງ ຂະນະເຄື່ອນເຂົ້າສູ້ຟິລິບປິນມື້ນີ້ ພ້ອມກັບກໍາລັງລົມທີ່ຍັງຮຸນແຮງ ໂຄ່ນຕົ້ນໄມ້ຫຼົ້ມ ແລະສາຍໄຟຟ້າລົງ ທາງການເຕືອນລະວັງນໍ້າຖ້ວມ ແລະດິນເຈື່ອນ ແຕ່ບໍ່ມີລາຍງານການເສຍຊີວິດ.

ໂດຍພາຍຸໃຕ້ຝຸ່ນດັ່ງກ່າວ ອ່ອນກໍາລັງຢູ່ທີ່ 150 ກິໂລແມັດຕໍ່ຊົ່ວໂມງ ມຸ່ງໜ້າຈາກຕະເວັນຕົກໄປຍັງພາກໃຕ້ຂອງປະເທດ ປະກາດເຕືອນລະງັບການຂົນສົ່ງທັງທາງບົກ, ທາງນໍ້າ ແລະທາງອາກາດ ຂະນະທີ່ທາງການແຈ້ງວ່າຕ້ອງລະມັດລະວັງ ແລະກຽມພ້ອມຮັບມືກັບກະແສລົມແຮງ ແລະຝົນທີ່ຕົກມາຢ່າງໜັກ.

ແນວໃດກໍຕາມ ຟິລິບປິນ ເປັນປະເທດໜຶ່ງໃນໂລກທີ່ໄດ້ຮັບຜົນກະທົບຈາກພາຍຸໃຕ້ຝຸ່ນໂຕມຕີ ຫຼືພັດຜ່ານ ເກືອບ 20 ຄັ້ງຕໍ່ປີ ເນື່ອງຈາກເປັນປະເທດທີ່ມີຫຼາຍເຖິງ 7 ພັນເກາະ ທັງນີ້ ປະຊາຊົນສ່ວນໃຫຍ່ນັບຖືສາສາໜາຄຣິສຕ໌ ໃຊ້ເວລາໃນຊ່ວງຄຣິດສະມາດ ໝົດໄປກັບການຫາທີ່ຫຼົບໄພຈາກພາຍຸ ແນວໃດກໍຕາມ ເຈົ້າໜ້າທີ່ກໍາລັງເຄຍພື້ນທີ່ເພື່ອອໍານວຍຄວາມສະດວກໃຫ້ກັບປະຊາຊົນໄດ້ຫຼາຍທີ່ສຸດ.

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...