spot_img
Homeຂ່າວຕ່າງປະເທດເຢຍລະມັນສັ່ງອົບພະຍົບປະຊາຊົນກວ່າ 5 ໝື່ນຄົນ ກຽມທໍາລາຍລະເບີດຈາກສົ່ງຄາມໂລກ

ເຢຍລະມັນສັ່ງອົບພະຍົບປະຊາຊົນກວ່າ 5 ໝື່ນຄົນ ກຽມທໍາລາຍລະເບີດຈາກສົ່ງຄາມໂລກ

Published on

ອີງຕາມສໍານັກຂ່າວຕ່າງປະເທດລາຍງານໃນວັນທີ 25 ທັນວາ ທີ່ຜ່ານມາວ່າ: ທາງການເຢຍລະມັນ ຂອງອັກສ໌ເບີຣ໌ ກໍາລັງກຽມອົບພະຍົບະຊາຊົນຫຼາຍກວ່າ 54,000 ຄົນ ອອກຈາກພື້ນທີ່ ເພື່ອກໍາຈັດລະເບີດ 1.8 ໂຕ່ນ ຈາກສົງຄາມໂລກຄັ້ງທີ 2 ໂດຍເຈົ້າໜ້າທີ່ໄດ້ຕິດປະກາດຕາມໂບດ ແລະທີ່ວ່າການໃຫ້ປະຊາຊົນອອກຈາກພື້ນທີ່ໃນຊ່ວງເຊົ້າຂອງວັນທີ 26 ທັນວາ ກໍຄືມື້ນີ້.

ທັງນີ້ ການອົບພະຍົບດັງກ່າວ ຈະກະທົບກັບຮ້ານຄ້າເກືອບ 32,000 ແຫ່ງ ເຈົ້າໜ້າທີ່ຕໍາຫຼວດ ແລະນັກດັບເພີງ 4,000 ຄົນ ຕາມສື່ເຢຍລະມັນລາຍງານ ການອົບພະຍົບຄັ້ງນີ້ນັບເປັນການອົບພະຍົບຄັ້ງໃຫຍ່ສຸດໃນເຢຍລະມັນ ຊຶ່ງບໍ່ໄດ້ເປັນເລື່ອງຜິດປົກກະຕິ ໃນທີ່ີທີ່ພົບລະເບີດຈາກສົງຄາມ ທັງນີ້ເມື່ອປີ 2011 ເຢຍລະມັນເຄີຍສັ່ງອົບພະຍົບປະຊາຊົນປະມານ 45,000 ຄົນ ເພື່ອທໍາລາຍລະເບີດໃນເມືອງໂຄເບລນຊ໌ມາແລ້ວ.

ແນວໃດກໍຕາມ ທາງການເຢຍລະມັນຈະເປີດໂຮງຮຽນເພື່ອໃຫ້ປະຊາຊົນທີ່ບໍ່ໄດ້ອາໄສຢູ່ກັບຄອບຄົວ ຫຼືໝູ່ເພື່ອນ ໃຫ້ໄດ້ພັກຊົ່ວຄາວ ແລະອະນຸຍາດໃຫ້ນໍາສັດລ້າງຂຶ້ນຂົນສົ່ງສາທາລະນະໄດ້ ເຈົ້າໜ້າທີ່ຕໍາຫຼວດກ່າວວ່າ ມີຄວາມເປັນໄປໄດ້ວ່າ ການເຮັດໃຫ້ຄວາມປອດໄພຕ້ອງໃຊ້ເວລາດົນແນ່ນອນ.

ສໍາຫຼັບເມືອງອັກເບີຣ໌ໃນບາວາເຣຍທາງຕອນໃຕ້ຂອງເຢຍລະມັນ ເປັນພື້ນທີ່ ທີ່ຖືກລະເບີດຢ່າງໜັກໃນຊ່ວງສົງຄາມໂລກ ແລະເສຍຫາຍໜັກສຸດໃນຊ່ວງວັນທີ 25-26 ກຸມພາ ປີ 1944 ເມື່ອຖືກໂຈມຕີຈາກທະຫານອັງກິດນັບໝື່ນຄົນ ແລະການລະເບີດຈາກສະຫະລັດ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...