Homeຂ່າວຕ່າງປະເທດເລີ່ມກັນແລ້ວ! ເທດສະການຈັບປາລະດູໜາວທີ່ທະເລສາບສາກັນ ປະເທດຈີນ

ເລີ່ມກັນແລ້ວ! ເທດສະການຈັບປາລະດູໜາວທີ່ທະເລສາບສາກັນ ປະເທດຈີນ

Published on

ເລີ່ມກັນແລ້ວເທດສະການຈັບປາໃນລະດູໜາວຂອງຊາວທະເລສາບສາກັນ ເມືອງຊົງຫຍວນ ມົນທົນຈີ໋ຫລິນ ໜຶ່ງໃນທະເລສາບນໍ້າຈືດທີ່ໃຫຍ່ທີ່ສຸດ 10 ແຫ່ງຂອງຈີນ ມີເນື້ອທີ່ເຖິງ 420 ຕາກິໂລແມັດ ທັງຍັງເປັນແຫຼ່ງນໍ້າເຮັດການປະມົງທີ່ມີຊື່ວສຽງຂອງມົນທົນຈີ໋ຫລິນ ແລະອຸດົມໄປດ້ວຍປາລວມກວ່າ 68 ຊະນິດ.

%e0%ba%88%e0%ba%b5%e0%ba%99%e0%ba%88%e0%ba%b1%e0%ba%9a%e0%ba%9b%e0%ba%b2%e0%ba%88%e0%ba%b1%e0%ba%9a%e0%ba%9b%e0%ba%b2%e0%ba%88%e0%ba%b1%e0%ba%9a%e0%ba%9b%e0%ba%b2%e0%ba%a2%e0%ba%b9%e0%bb%88%e0%ba%88%e0%ba%b5%e0%ba%99

ອີງຕາມສໍານັກຂ່າວຕ່າງປະເທດລາຍງານວັນທີ 23 ທັນວາ ນີ້ວ່າ: ເມື່ອວັນທີ 22 ທັນວາ ທີ່ຜ່ານມາ  ປະຊາຊົນຊາວຈີນຈໍານວນຫຼາຍຫຼັ່ງໄຫຼໄປຮ່ວມເທດສະການຈັບປາທີ່ທະເລສາບສາກັນ ໃນເມືອງຊົງຫຍວນ ມົນທົນຈີ໋ຫລິນ ປະເທດຈີນ ໂດຍໃນຊ່ວງທ້ານເດືອນທັນວາ ກ່ອນເຖິງລະດູໃບໄມ້ຫຼົ່ນຂອງທຸກໆປີ ຊາວປະມົງທ້ອງຖິ່ງກໍຈະຈັດງານເທດສະການຈັບປາໃນລະດູໜາວຄັ້ງໃຫຍ່ຂຶ້ນ.

ຊຶ່ງການຈັບປາຂອງທີ່ນີ້ແຕກຕ່າງຈາກທີ່ອື່ນຄື ຊາວປະມົງທ້ອງຖິ່ນຍັງຄົງໃຊ້ວິທີຈັບປາແບບດັ່ງເດີມ ດ້ວຍການເຈາະນໍ້າກ້ອນແລ້ວວາງອຸປະກອນລົງໄປໃນນໍ້າເພື່ອຈັບປາ.

ນອກຈາກນີ້ ເທດສະການຈັບປາດັງກ່າວຍັງເປັນກິດຈະກໍາດັ່ງເດີມທີ່ສືບເນື່ອງມາຈາກສະໄໝບູຮານ ແລະຈະເລີນຮຸ່ງເຮືອງໃນສະໄໝຣາຊວງຫຽວ ເພາະການຈັບປາໃນລະດູໜາວມີຄວາມສະດວກໃນການເກັບຮັກສາ ແລະການຂົນສົ່ງ ວິທີການຈັບປາເກົ່າແກ່ຊະນິດນີ້ຈຶ່ງສືບທອດມາເຖິງປັດຈຸບັນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...