spot_img
Homeຂ່າວຕ່າງປະເທດເຫດໄຟໄໝ້ຢູ່ປະເທດຍີ່ປຸ່ນ ໃຊ້ເວລາຄວບຄຸມເກືອບ 10 ຊົ່ວໂມງ

ເຫດໄຟໄໝ້ຢູ່ປະເທດຍີ່ປຸ່ນ ໃຊ້ເວລາຄວບຄຸມເກືອບ 10 ຊົ່ວໂມງ

Published on

ໄຟໄໝ້ເມືອງຣິມແຄມຝັ່ງທະເລຂອງຍີ່ປຸ່ນ ວອດວາຍໄປກວ່າ 140 ຫຼັງຄາເຮືອນ ລະດົມດັບເພີງເກືອບ 10 ຊົ່ວໂມງ ເສຍຫາຍຄັ້ງໃຫຍ່ເປັນວົງກວ້າງ.

ອີງຕາສໍານັກຂ່າວຕ່າງະເທດລາຍງານວັນທີ 23 ທັນວາ ນີ້ວ່າ: ເກີດເຫດໄຟໄໝ້ຄັ້ງໃຫຍ່ໃນເຂດເມືອງອິໂຕະອິກະວະ ແຂວງນີງະຕະ ຕົ້ນເພີງເລີ່ມຈາກຮ້ານອາຫານແຫ່ງໜຶ່ງ ກ່ອນທີ່ຈະລຸກລາມໄປຍັງບ້ານເຮືອນໃກ້ຄຽງເປັນວົງກວ້າງ ເນື່ອງຈາກສະພາບອາກາດແລ້ງ ແລະລົມແຮງໃນຊ່ວງລະດູໜາວ ເຮັດໃຫ້ບ້ານເຮືອນເສຍຫາຍກວ່າ 140 ຫຼັງຄາເຮືອນ.

ຕາມການລາຍງານລະບຸວ່າ ເຈົ້າໜ້າທີ່ດັບເພີງ ແລະພະຈົນເພີງໃນທ້ອງຖິ່ນ ແລະພື້ນທີ່ໃກ້ຄຽງນັບຮ້ອຍຊີວິດຮ່ວມກັນປະຕິບັດການລະງັບເຫດໄຟໄໝ້ຄັ້ງຮຸນແຮງທີ່ສຸດຂອງເມືອງອິໂຕະອິກະວະ ແຂວງນີງະຕະ ທາງຕາເວັນຕົກສ່ຽງເໜືອຂອງນະຄອນໂຕກຽວ ປະເທດຍີ່ປຸ່ນ.

ເຫດດັ່ງກ່າວເກີດຂຶ້ນແຕ່ເວລາປະມານ 10 ໂມງຂອງວັນທີ 22 ທັນວາ ໄຟໄໝ້ເລີ່ມຕົ້ນຈາກຮ້ານອາຫານໃຈກາງເມືອງ ມີລາຍງານວ່າໜ້ຈະເປັນແກ໊ສລະເບີດ ໄຟໄໝ້ລຸກລາມໄປຢ່າງໄວວາ ເນື່ອງຈາກຈຸດດັງກ່າວເປັນພື້ນທີ່ຢູ່ອາໄສ ມີບ້ານເຮືອນປຸກຕິດກັນຫຼາຍຫຼັງ ອີກທັງເຈົ້າໜ້າທີ່ດັບເພີງເຂົ້າໄປຍັງຈຸດເກີດເຫດໄດ້ຍາກລໍາບາກ ເຮັດໃຫ້ເປັນອຸປະສັກໃນການດັບເພີງ.

ຂະນະທີ່ສະພາບອາກາດແລ້ງ ແລະກະແສລົມແຮງຈາກແຄມຝັ່ງ ເປັນຕົວການທີ່ເຮັດໃຫ້ໄຟໄໝ້ຍິ່ງລຸກລາມເປັນວົງກວ້າງ ເຈົ້າໜ້າທີດັບເພີງໃຊ້ຄວາມພະຍາຍາມຢ່າງໜັກໃນການຄວບຄຸມເພີງໃຫ້ຢູ່ໃນວົງຈໍາກັດ ກະທັ່ງໃຊ້ເວລາລະງັບເຫດເກືອບ 10 ຊົ່ວໂງ ເຈົ້າໜ້າທີ່ຄວບຄຸມສະຖານະານເອົາໄວ້ໄດ້ເມື່ອເວລາປະມານ 21: 00 ນາທີ ຂອງວັນດຽກັນນັ້ນ.

ເຈົ້າໜ້າທີ່ດັບເພີງທ້ອງຖິ່ນເປີດເຜີຍວ່າ ເຫດດັງກ່າວມີລາຍງານຜູ້ໄດ້ຮັບບາດເຈັບເລັກໜ້ອຍ 5 ຄົນ ຈາກການໄດ້ຮັບຄວັນໄຟ ບໍ່ມີຜູ້ເສຍຊີວິດ ແຕ່ໄຟໄໝ້ໄດ້ສ້າງຄວາມເສຍຫາຍເປັນວົງກວ້າງ ສໍາລວດເບື້ອງຕົ້ນໜ້າຈະບໍ່ຕໍ່າກວ່າ 140 ຫຼັງຄາເຮືອນ ສໍາຫຼັບສາເຫດທີ່ແທ້ຈິງຍັງຢູ່ລະຫວ່າງການສືບສວນ.

ບົດຄວາມຫຼ້າສຸດ

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...