spot_img
Homeຂ່າວຕ່າງປະເທດຊາຍຊາວຈີນສາດນໍ້າມັນໃສ່ຍິງສາວ ກ່ອນຈູດໄຟເຜົາກາງຮ້ານຂາຍໂທລະສັບ

ຊາຍຊາວຈີນສາດນໍ້າມັນໃສ່ຍິງສາວ ກ່ອນຈູດໄຟເຜົາກາງຮ້ານຂາຍໂທລະສັບ

Published on

ອີງຕາມສໍານັກຂ່າວຕ່າງປະເທດລາຍງານວັນທີ 22 ທັນວາ ນີ້ວ່າ: ເມື່ອວັນທີ 19 ທັນວາ ທີ່ຜ່ານມາ ເກີດເຫດຊາຍຊາວຈີນສາດນໍ້າມັນເບນຊິລໃສ່ຍິງຄົນໜຶ່ງພາຍໃນຮ້າຍຂາຍໂທລະສັບມືຖືໃນ ນານຈາງ ເມືອງຊຽງຫຍາງ ມົນທົນຫູເປ່ຍ ກ່ອນຈູດໄຟເຜົາຈົນຍິງຄົນດັງກ່າວໄດ້ຮັບບາດເຈັບສາຫັດ ແລ້ວຫຼົບໜີໄປ ເຮັດໃຫຫ້ຜູ້ຄົນແຕກຕື່ນກັນທັງຮ້ານ.

ຕາມກາຍລາຍງານລະບຸວ່າ ຕອນເຊົ້າຂອງວັນທີ 21 ທັນວາ ທີ່ຜ່ານມານີ້ ຊາວຄົນດັງກ່າວໄດ້ເຂົ້າມອບໂຕກັບເຈົ້າໜ້າທີ່ຕໍາຫຼວດແລ້ວ ພ້ອມຍາດພີ່ນ້ອງທີ່ເດີນທາງມານໍາ ໂດຍຈາກການສອບສວນຮູ້ວ່າ ຊາຍຄົນດັງກ່າວອາຍຸ 36 ປີ ສ່ວຍຍິງສາວທີ່ໄດ້ຮັບບາດເຈັບອາຍຸ 32 ປີ ຊຶ່ງສາເຫດທີ່ເຂົາກໍ່ເຫດຄັ້ງນີ້ ເພາະທັງສອງຄົນມີເຫດຜິດຖຽງກັນ ໃນມື້ເກີດເຫດຊາຍຄົນດັງກ່າວຈຶ່ງໄດ້ເອົານໍ້າມັນເບນຊິລທີ່ດູດມາຈາກລົດຈັກເຂົ້າໄປຫາຍິງສາວ ແລ້ວສາດນໍ້າມັນນັ້ນໃສ່ໂຕຍິງສາວກ່ອນຈູດໄຟເຜົາ ແລ້ວເອົາໂຕຫຼົບໜີໄປ.

ທັງນີ້ ເຫດການດັງກ່າວກໍາລັງຢູ່ໃນລະຫວ່າງການກວດສອບ ແລະສືບສວນຂອງເຈົ້າໜ້າທີ່ຕໍາຫຼວດ ສ່ວຍຍິງສາວທີ່ໄດ້ຮັບບາດເຈັບກໍາລັງຢູ່ໃນລະຫວ່າງການປິ່ນປົວໃນໂຮງໝໍ.

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...