spot_img
Homeນານາສາລະ12 ສັບພະຄຸນຂອງໝາກຖົ່ວງອກ ປະໂຫຍດໃນການປິ່ນປົວພະຍາດ

12 ສັບພະຄຸນຂອງໝາກຖົ່ວງອກ ປະໂຫຍດໃນການປິ່ນປົວພະຍາດ

Published on

 

  1. ໝາກຖົ່ວງອກມີຄຸນສົມບັດຊ່ວຍບໍາລຸງຜິວພັນໃຫ້ເບິ່ງມີນໍ້າມີນວນ ເພາະໃນຖົ່ວງອກມີສານເຄມີສໍາຄັນທີ່ມີຊື່ວ່າ ອໍຊິນອນ ທີ່ມີລິດໃນການຢັບຢັ້ງ ແລະຕໍ່ຕ້ານບໍ່ໃຫ້ເຊວໃນຮ່າງກາຍເສື່ອມໄປກ່ອນໄວອັນຄວນ
  2. ສາມາດຊ່ວຍກໍາຈັດຂອງເສຍ ຫຼືສິ່ງທີ່ຕົກຄ້າງພາຍໃນຮ່າງກາຍ ໂດຍສະເພາະໃນລໍາໄສ້ ເນື່ອງຈາກຖົ່ວງອກນັ້ນຍ່ອຍງ່າຍ ແລະຍັງມີເອນໄຊມ໌ຫຼາຍຊະນິດທີ່ບໍ່ຄ່ອຍພົບໃນອາຫານ ຊຶ່ງມີຄຸນສົມບັດໃນການຍ່ອຍສະຫຼາຍອາຫານ ລະບົບການຍ່ອຍຈຶ່ງບໍ່ຕ້ອງທໍາງານໜັກ ຊ່ຶ່ງສົ່ງຜົນດີໃຫ້ຊ່ວຍດູດຊຶມສານອາຫານທີ່ມີປະໂຫຍດໄປໃຊ້ໄດ້ຢ່າງເຕັ້ມປະສິດທິພາບ
  3. ໝາກຖົ່ວງອກເປັນອາຫານທີ່ຕ້ອງການຫຼາຍຂອງກຸ່ມຄົນທີ່ຄວບຄຸມນໍ້າໜັກ ເພາະເປັນຜັກທີ່ມີແຄວລໍຣີຕໍ່າ ແລະອຸດົມໄປດ້ວຍເສັ້ນໃຍອາຫານ ຊຶ່ງມີຄຸນສົມບັດເຮັດໃຫ້ອິ່ມໄດ້ດົນ ແລະຍັງຊ່ວຍໃຫ້ລະບົບຂັບຖ່າຍສະດວກ
  4. ມີສັບພະຄຸນທີ່ຊ່ວຍດັບຮ້ອນ ປັບສົມດຸນໃນຮ່າງກາຍໄດ້ດີ ແລະຊ່ວຍຄາຍຄວາມຄຽດຈາກສາເຫດຕ່າງໆ
  5. ຊ່ວຍເພີ່ມການໄຫຼວຽນຂອງເລືອດໃຫ້ໝຸນວຽນດີຂຶ້ນ ໂດຍທາດເຫຼັກທີ່ຢູ່ໃນຖົ່ວງອກຈະເຂົ້າບໍາລຸງເມັດເລືອດແດງ ຈຶ່ງຊ່ວຍບັນເທົາອາການວິນວຽນຫົວ
  6. ມີສັບພະຄຸນຊ່ວຍໃນການປ້ອງກັນ ແລະຕໍ່ຕ້ານການຈະເລີນເຕີບໂຕຂອງເຊວມະເຮັງ ຫາກກິນເປັນປະຈໍາຈະຊ່ວຍປ້ອງກັນການເກີດມະເຮັງ ໂດຍສະເພາະມະເຮັງລໍາໄສ້ ເພາະຖົ່ວງອກມີວິຕາມິນເອ, ຊີ, ກົດອະມິໂນ ແລະໂປຣຕີນ ທີ່ຈະທໍາງານຮ່ວມກັນໃນການຊ່ວຍຕ້ານສານກໍ່ມະເຮັງ ແລະສານອະນຸມຸນອິດສະລະ
  7. ມີສັບພະຄຸນຫຼຸດຄວາມສ່ຽງຈະເກີດພະຍາດຫຼອດເລືອດສະໝອງ ແລະການເກີດຫົວໃຈວາຍ ແລະຍັງຫຼຸດການອຸດຕັນຂອງໄຂມັນໃນຫຼອດເລືອດ ເພາະຖົ່ວງອກມີໂອເມກ້າ 3 ແລະໄຂມັນຊະນິດດີທີ່ຊ່ວຍບໍາລຸງຫົວໃຈ ຫຼຸດປະລິມານໄຂມັນຊະນິດບໍ່ດີໃນຫຼອດເລືອດ
  8. ປະໂຫຍດຖົ່ວງອກຊ່ວຍບັນເທົາອາການເຈັບທ້ອງປະຈໍາເດືອນ, ປ້ອງກັນບໍ່ໃຫ້ເກີດຄວາມຜິດປົກກະຕິຂອງຮ່າງກາຍໃນລະຫວ່າງມີປະຈໍາເດືອນ ແລະຍັງຊ່ວຍຫຼຸດລະດັບຮອກໂມນເອສໂຕຮເຈນໃນຜູ້ຍິງບໍ່ໃຫ້ສູງເກີນ ຊຶ່ງຖ້າສູງຈະບໍ່ເປັນຜົນດີຕໍ່ຮ່າງກາຍ
  9. ມີວິຕາມິນບີ 12 ຊຶ່ງມີລິດຊ່ວຍຊ່ອມແຊມສ່ວນທີ່ລອກຂອງອະໄວຍະວະຕ່າງໆ ເຮັດໃຫ້ການຈະເລີນເຕີບໂຕຂອງຮ່າງກາຍມີປະສິດທິພາບດີ ຍິ່ງຄົນທີ່ກໍາລັງຖືພາຍິ່ງຄວນກິນ ຈະຊ່ວຍໃຫ້ພັດທະນາການເຕີບໂຕຂອງລູກນ້ອຍໄດ້ເປັນຢ່າງດີ
  10. ມີເອນໄຊມ໌ຊື່ວ່າ ໄລຊີນ ສູງ ຊຶ່ງມີຄນສົມບັດຊ່ວຍປິ່ນປົວອາການຂອງຕຸມຮ້ອນໃນໃນຜົ້ງປາກ
  11. ມີສັບພະຄຸນຊ່ວຍບັນເທົາອາການຂອງຫອບຫືດ ແລະພະຍາດພູມແພ້
  12. ມີປະໂຫຍດເປັນແຫຼ່ງຂອງທາດຊິລິກາ ມີສັບພະຄຸນຊ່ວຍບໍາລຸງເສັ້ນຜົມ ແກ້ປັນຫາຜົມຫຼົ່ນ ຊ່ວຍປິ່ນປົວສິວ ແລະຮອຍດ່າງດໍາຕາມໃບໜ້າ

ບົດຄວາມຫຼ້າສຸດ

ຂາຍໄດ້ແທ້ບໍ່? ລູກອັນທະຂ້າງລະ 175.000ໂດລາ (ປະມານ 3,6ຕື້ກີບ) ຊື້ໄປເຮັດຫຍັງ ແລະ ຜົນທີ່ຕາມມາຖ້າບໍ່ມີມັນ

ຈາກກະແສໃນໂລກອອນລາຍກ່ຽວກັບການຂາຍລູກອັນທະ ລາຄາຂ້າງລະ 175.000 ໂດລາ ຫຼື ປະມານ 3,6 ຕື້ກີບ. ເຮັດຫຼາຍຄົນແຕກຕື່ນ ໂດຍສະເພາະທ່ານຊາຍ ແລະ ມີຄວາມສົນໃຈກ່ຽວກັບກະແສດັ່ງກ່າວ ເພື່ອຢາກຮູ້ວ່າສາມາດຂາຍໄດ້ແທ້ບໍ, ລາຄາສູງເເທ້ບໍ່...

ປະຊາຊົນຟິລິປິນອອກມາຕັ້ງກຸ່ມປະທ້ວງລັດຖະບານທີ່ສໍ້ໂກງ

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 21/09/2025 ທີ່ຜ່ານມາ ໄດ້ມີເຫດປະທ້ວງທີ່ ນະຄອນຫຼວງມະນີລາ ປະເທດຟິລິປິນ. ເຫດການດັ່ງກ່າວມີຜູ້ປະທ້ວງຫຼາຍກວ່າ 50.000 ຄົນ ແລະ 1 ໃນນັ້ນແມ່ນ Catreona...

ພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025

ສົກສຶກສາ 2024-2025 ນັກສຶກສາ ມຊ ໄດ້ໃບປະກາດແດງ 64 ຄົນ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025 ມີທັງໝົດ 3.352...

ປະສານສຽງແຕກຍິງທົດລອງ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”

ປະສານສຽງແຕກ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ "ລາໂຣສ-2025" ໜັງສືພິມກອງທັບລາຍງານວ່າ: ​ວັນທີ 20 ກັນຍາ 2025, ທີ່ ສະໜາມຫັດແອບວິທະຍາຄານ ນາຍທະຫານບົກ ກົມມະດໍາ...