spot_img
Homeຂ່າວຕ່າງປະເທດສະຫະລັດຂຶ້ນບັນຊີດໍາ “ອາລີບາບາ” ເປັນແຫຼ່ງຂາຍສິນຄ້າປອມ

ສະຫະລັດຂຶ້ນບັນຊີດໍາ “ອາລີບາບາ” ເປັນແຫຼ່ງຂາຍສິນຄ້າປອມ

Published on

ອີງຕາມສໍານັກຂ່າວຕ່າງລາຍງານວັນທີ 22 ທັນວາ ນີ້ວ່າ: ສໍານັກງານຜູ້ແທນການຄ້າຂອງສະຫະລັດ ຢູເອສທີອາຣ໌ ປະກາດຂຶ້ນບັນຊີດໍາ ອາລີບາບາ ບໍລິສັດອີຄອມເມິຣ໌ລາຍໃຫຍ່ຂອງຈີນ ວ່າເປັນແຫຼ່ງຂາຍສິນຄ້າປອມ ໂດຍໃນບັນຊີດໍາດັງກ່າວມີຊື່ວ່າ “Notorious Market” ຫຼືຕະຫຼາດມືດ ຫຼັງເມື່ອ 4 ປີກ່ອນ ອາລີບາບາກໍເຄີຍຕິດຢູ່ໃນບັນຊີດໍາຂອງສະຫະລັດ ແລະສາມາດຫຼຸດອອກຈາກບັນຊີດັງກ່າວໄປແລ້ວ ແຕ່ກັບມາຕິດອີກຄັ້ງໃນເທື່ອນີ້.

ໄມເຄິລ ອີແວນສ໌ ປະທານອາລີບາບາ ກຣຸບ ລະບຸວ່າໃນຖະແຫຼງການວ່າ ເປັນເລື່ອງທີ່ໜ້າຜິດຫວັງຢ່າງຍິ່ງສໍາຫຼັບການຕັດສິນໃນຂອງຢູເອສທີອາຣ໌ໃນຄັ້ງນີ້ ຊຶ່ງເປັນການຕັດສິນໃຈທີ່ເພີກເສີຍເຖິງຄວາມພະຍາຍາມຂອງອາລີບາບາໃນການຕໍ່ຕ້ານສິນຄ້າປອມມາໂດຍຕະຫຼອດ ອີແວນສ໌ ຍັງເບິ່ງດ້ວຍວ່າ ການຕັດສິນໃຈຂອງສະຫະລັດຄັ້ງນີ້ ໜ້າຈະມີໃນທາງການເມືອງແອບແຝງຢູ່ ເພາະວ່າ ໂດນັນ ທຣັມ ວ່າທີ່ປະທານາທິບໍດີສະຫະລັດ ຄົນໃໝ່ ເຄີຍວິພາກວິຈານການຄ້າລະຫວ່າງສະຫະລັດ ແລະຈີນ ມາຫຼາຍຄັ້ງ ນອກຈາກນີ້ ທຣັມ ຍັງເຄີຍຂູ່ວ່າຈະຂຶ້ນພາສີເພື່ອສະກັດກັ້ນສິນຄ້າຈີນໃນສະຫະລັດດ້ວຍ ໂດຍຢູເອສທີອາຣ໌ໄດ້ເຕືອນວ່າ ອາລີບາບາຈໍາເປັນທີ່ຈະຕ້ອງເຮັດຫຼາຍກວ່ານີ້ ເພື່ອແກ້ໄຂປັນຫາສິນຄ້າປອມທີ່ວາງຂາຍຢູ່ໃນເວັບໄຊທຂອງອາລີບາບາ ແນວໃດກໍຕາມອາລີບາບາໄດ້ອອກນະໂຍບາຍທີ່ເຂັ້ມງວດຫຼາຍຂຶ້ນ ແລະສ້າງລະບົບໃຫ້ບໍລິສັດເຈົ້າຂອງລິຂະສິດສາມາດລາຍງານຕໍ່ອາລີບາບາໄດ້ໂດຍກົງ.

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...