Homeຂ່າວຕ່າງປະເທດຄວາມງາມຂອງຫິມະໃນທະເລຊາຍຊາຮາຣາ ຄັ້ງທຳອິດໃນຮອບ 37 ປີ

ຄວາມງາມຂອງຫິມະໃນທະເລຊາຍຊາຮາຣາ ຄັ້ງທຳອິດໃນຮອບ 37 ປີ

Published on

ຕາມການລາຍງານຂອງສຳນັກຂ່າວຕ່າງປະເທດເມື່ອວັນທີ 19 ທັນວາ 2016 ຜ່ານມາວ່າ Karim Bouchetata ເປັນຄົນຖ່າຍຮູບພາບ ໃນເມືອງ Ain Sefra ເປັນເມືອງນ້ອຍ ໃນປະເທດ ແອລຈີເລຍ ເຊິ່ງພາບດັ່ງກ່າວ ຈະເຫັນຫິມະສີຂາວ ຕົກລົງມາຄວບຄຸມ ຜິວເປັນຊັ້ນບາງໆ ເທິງພື້ນຊາຍສີສົ້ມ ເປັນພາບທີ່ຫາເບິ່ງໄດ້ຍາກທີ່ງາມແບບລົງຕົວ

%e0%ba%ab%e0%ba%b4%e0%ba%a1%e0%ba%b0%e0%ba%97%e0%ba%b0%e0%bb%80%e0%ba%a5%e0%bb%8d

Bouchetata ເລົ່າວ່າ ຫິມະທີ່ຕົກລົງມານັ້ນ ຕົກດົນໝົດມື້ ແລະເປັນຫິມະທຳອິດໃນຮອບ 37 ປີ, ເພາະປາກົດການທາງທຳມະຊາດແບບນີ້ ເກີດຂຶ້ນໃນປີ 1979 ແລະໃນຕອນນັ້ນມີຫິມະຕົກລົງມາເມືອງ  Ain Sefra ພຽງແຕ່ເຄິ່ງຊົ່ວໂມງເທົ່ານັ້ນ ໄດ້ບໍ່ຕົກດົນຄືໃນຕອນນີ້ “ ທຸກຄົນພາກັນຢຸດເບິ່ງຫິມະທີ່ຕົກລົງມາ ມັນເປັນສິ່ງທີ່ຫາເບິ່ງໄດ້ຍາກຫຼາຍ” ແລະລາວເວົ້າອີກວ່າ “ມັນເປັນພາບທີ່ອັດສະຈັນຫຼາຍ ເມື່ອຫິມະຕົກລົງມາລວມກັບພື້ນຊາຍ ແລະເຮັດໃຫ້ເກີດຮູບພາບທີ່ງາມທີ່ສຸດ”

%e0%ba%ab%e0%ba%b4%e0%ba%a1%e0%ba%b0%e0%ba%97%e0%ba%b0%e0%bb%80%e0%ba%a5 %e0%ba%ab%e0%ba%b4%e0%ba%a1%e0%ba%b0%e0%ba%97%e0%ba%b0%e0%bb%80%e0%ba%a5%e0%ba%a5

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...