spot_img
Homeຂ່າວຕ່າງປະເທດວິຈານໜັກ! ໂຮງຮຽນໃນຈີນຈັດໃຫ້ນັກຮຽນກວ່າ 400 ຄົນ ສອບເສັງກາງສະໜາມທ່າມກາງໝອກຄວັນໜາ

ວິຈານໜັກ! ໂຮງຮຽນໃນຈີນຈັດໃຫ້ນັກຮຽນກວ່າ 400 ຄົນ ສອບເສັງກາງສະໜາມທ່າມກາງໝອກຄວັນໜາ

Published on

ອີງຕາມສໍານັກຂ່າວຕ່າງປະເທດລາຍງານໃນວັນທີ 21 ທັນວາ ທີ່ຜ່ານມາວ່າ: ເມື່ອບໍ່ດົນມານີ້ ພື້ນທີ່ໃນເມືອງອັນຫຍາງ ມົນທົນເຫີຫນານ ປະເທດຈີນ ປະສົບປັນຫາມົນລະພິດທາງອາກາດຢ່າງໜັກຕິດຕໍ່ກັນຫຼາຍວັນ ຄະນະກໍາມະການເຂດພື້ນທີ່ທີ່ການສຶກສາເມືອງຫຼິນໂຈວ ໃນເມືອງອັນຫຍາງ ຈຶ່ງໄດ້ປະກາດສັ່ງຢຸດການຮຽນການສອນ ທັງໂຮງຮຽນມລະດັບອະນຸບານ, ປະຖົມ ແລະມັດທະຍົມທັ້ງໝົດ.

ແຕ່ທັງນັ້ນກໍມີໂຮງຮຽນມັດທະຍົມແຫ່ງໜຶ່ງໃນເມືອງຫຼິນສີ ທີ່ບໍ່ພຽງແຕ່ຍັງເປີດການຮຽນການສອນຢູ່ ແຕ່ຍັງຈັດໃຫ້ນັກຮຽນກວ່າ 400 ຄົນ ຕັ້ງໂຕະຮຽນແລ້ວສອບເສັງກາງສະໜາມກີລາ ທ່າມກາງກຸ່ມໝອກຄວັນໜາທີ່ແຜ່ປົກຄຸມທົ່ວທັ້ງສະໜາມ ວັນທີ 20 ທັນວາທີ່ຜ່ານມານີ້ ຜູ້ປົກຄອງຫຼາຍຄົນຕ້ອງໂທລະສັບແຈ້ງສື່.

ຕາມການລາຍງານລະບຸວ່າ ຈາກການສອບຖາມຊາວບ້ານທີ່ຢູ່ໝໍ່ໂຮງຮຽນດັງກ່າວພົບວ່າ ຫຼັງໂຮງຮຽນດັງກ່າວຮູ້ວ່ານັກຂ່າວຈະເຂົ້າໄປກວດສອບ ທາງໂຮງຮຽນຈຶ່ງໄດ້ປະກາດຢຸດການຮຽນຊົ່ວຄາວ ພ້ອມທັງຍົກເລີກການສອບເສັງດ້ວຍ ໂດຍນັກຮຽນມັດທະຍົມຕົ້ນຄົນໜຶ່ງໃຫ້ສໍາພາດກັບນັກຂ່າວວ່າ ທີ່ຈິງແລ້ວໂຮງຮຽນຈັດສອບເສັງຕັ້ງແຕ່ວັນທີ 19 ທັນວາ ທີ່ຜ່ານມາ ຕອນເຊົ້າເສັງ 2 ວິຊາ ຕອນບ່າຍອີກ 2 ວິຊາ ຊຶ່ງນັກຮຽນທຸກຄົນກໍມາສອບເສັງໝົດ.

ທັງນີ້ ຫຼັງຈາກເລື່ອງລາວດັງກ່າວຖືກເຜີຍແຜ່ອອກໄປກໍມີການວິພາກວິຈານ ແລະຕັ້ງຖາມກັນວ່າ ເປັນຫຍັງໂຮງຮຽນຍັງເປີດການຮຽນການສອນ ຊໍ້າຍັງຈັດສອບເສັງນອກຫ້ອງຮຽນອີກ  ທັ້ງທີ່ມີການປະກາດໃຫ້ໂຮງຮຽນຢຸດ ເພາະປັນຫາໝອກຄວັນຮຸນແຮງແລ້ວ ຊຶ່ງທາງໂຮງຮຽນດັງກ່າວໄດ້ມາຊີ້ແຈງວ່າ ການສອບເສັງດັງກ່າວມີຂຶ້ນໃນຊ່ວງຕອນເຊົ້າວັນທີ 19 ທັນວາ ທີ່ຜ່ານມາຊຶ່ງເວລານັ້ນເຖິງແມ້ຈະມີກຸ່ມໝອກຄວັນກໍແທ້ແຕ່ບໍ່ໄດ້ຮຸນແຮງ ແຕ່ເມື່ອມີປະກາດອອກມາໃນຊ່ວງຕອນບ່າຍກໍໄດ້ຍົກເລີກການສອບທັງໝົດ ແລະຢຸດການຮຽນຕາມປະກາດທັນທີ.

ແນວໃດກໍຕາມ ມີການຕັ້ງຂໍ້ສົງໄສເຖິງຂໍ້ມູນທີ່ນັກຮຽນ ແລະທາງໂຮງຮຽນເຜີຍອອກມາຂັດແຍ້ງທາງນັກຮຽນບອກວ່າ ມີການສອບເສັງທັງຕອນເຊົ້າ ແລະຕອນບ່າຍ ແຕ່ທາງໂຮງຮຽນກັບບອກວ່າປະກາດຍົກເລີກທຸກຢ່າງໃນຕັ້ງແຕ່ຕອນບ່າຍ ທັ້ງຍັງມີຄົນແຈ້ງວ່າຍັງມີການສອບເສັງຢູ່ຈົນຮອດວັນທີ 21 ທັນວາຜ່ານມານີ້.

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...