spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 21 ທັນວາ ຫຼືມື້ວາງຈຳໜ່າຍເກມ Final Fight

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 21 ທັນວາ ຫຼືມື້ວາງຈຳໜ່າຍເກມ Final Fight

Published on

ວັນທີ 21 ທັນວາ ປີ 1990 ຫຼືມື້ນີ້ເມື່ອ 26 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍເກມ Final Fight ເທິງເຄື່ອງ Super Famicom ທີ່ປະເທດຍີ່ປຸ່ນ. ໂດຍເກມ Final Fight ຖືວ່າເປັນ 1 ໃນເກມແນວແອັກຊັ່ນລຸຍດ້ານຂ້າງແບບ 2D ຍຸກບຸກເບີກແລະໄດ້ຮັບຄວາມນິຍົມສູງສຸດໃນຕອນນັ້ນ. 

ເນື້ອເລື່ອງຂອງເກມ Final Fight ຈະກ່າວເຖິງ ເຈສສິກ້າ (Jessica) ລູກສາວຂອງ ໄມ ແຮກກ້າຣ໌ (Mike Haggar) ອະດີດນັກມວຍປ້ຳອາຊີບທີ່ປັດຈຸບັນດຳລົງຕຳແໜ່ງເຈົ້າເມືອງຂອງ ເມືອງເມໂທຣຊິຕີ້ (Metro City) ໄດ້ຖືກແກ້ງ ແມດເກຍຣ໌ (Mad Gear) ລັກພາໂຕໄປເພື່ອບີບບັງຄັບໃຫ້ແຮກກ້າຣ໌ຍອມຮ່ວມມືໃນແຜນການອັນຊົ່ວຮ້າຍຂອງພວກມັນ ແຕ່ວ່າດ້ວຍໃຈຮັກຄວາມຍຸດຕິທຳ ແຮກກ້າຣ໌ ຈຶ່ງຫັນໄປຮ່ວມມືກັບ ໂຄດີ້ (Cody) ແຟນສາວຂອງເຈສສິກ້າ ໃນການບຸກຮັງຂອງແມດເກຍຣ໌ແລະຊ່ອຍເຈສສິກ້າອອກມາໃຫ້ສຳເລັດ. 

ລະບົບຂອງເກມ Final Fight ນັ້ນຈະສາມາດຫຼິ້ນໄດ້ 2 ຄົນພ້ອມກັນມາຕັ້ງແຕ່ສະໄໝຍັງເປັນຕູ້ອາເຂດຢອດຫຼຽນພຸ້ນ, ໂດຍເລີ່ມຕົ້ນເກມກໍຈະມີໂຕລະຄອນມາໃຫ້ເລືອກໃຊ້ເຖິງ 3 ໂຕໄດ້ແກ່: ກາຍ (Guy), ໂຄດີ້ ແລະ ແຮກກ້າຣ໌ ແຕ່ເນືີອງຈາກສັກກະຍະພາບຂອງເຄື່ອງ Super Famicom ໃນຕອນນັ້ນຍັງບໍ່ອຳນວຍ, ທາງ Capcom ຈຶ່ງຕ້ອງໃຫ້ Final Fight ພາກທຳອິດແບ່ງອອກເປັນ 2 ເວີຊັ່ນຄື: ເວີຊັ່ນທຳອິດແມ່ນມີໂຄດີ້ແລະແຮກກ້າຣ໌ໃຫ້ຫຼິ້ນ ແລະອີກເວີຊັ່ນແມ່ນຈະມີພຽງກາຍຄົນດຽວເທົ່ານັ້ນ ເຊິ່ງບໍ່ສາມາດຫຼິ້ນພ້ອມກັນ 2 ຄົນໄດ້ ແລະແຕ່ລະໂຕລະຄອນກໍຈະມີຄວາມສາມາດໃນການຕໍ່ສູ້ຄົນລະສະຕາຍ. 

ການບັງຄັບຂອງເກມນີ້ຈະຂ້ອນຂ້າງພື້ນໆ ແລະເຂົ້າໃຈໄດ້ງ່າຍສຳລັບມືໃໝ່ ເພາະນອກຈາກປຸ່ມບັງຄັບທິດທາງການເຄື່ອນທີ່ແລ້ວ ກໍຈະມີພຽງປຸ່ມໂຈມຕີແລະປຸ່ມໂດດພ້ອມກັນ ກໍຈະເປັນທ່າໄມ້ຕາຍທີ່ໂຈມຕີສັດຕູອ້ອມຂ້າງ (ແຕ່ມີຂໍ້ເສຍຄືເມື່ອໃຊ້ແລ້ວຈະເສຍພະລັງຊີວິດເລັກນ້ອຍ), ສ່ວນການຈັບທຸ້ມນັ້ນຜູ້ຫຼິ້ນສາມາດເຮັດໄດ້ໂດຍການຍ່າງໄປຕຳສັດຕູ ໂຕລະຄອນກໍຈະເຮັດການຈັບສັດຕູໂຕນັ້ນໂດຍອັດຕະໂນມັດ (ຖ້າບໍ່ຖືກມັນສວນກ່ອນ) ແລ້ວຄ່ອຍກົດປຸ່ມໂຈມຕີພ້ອມກັບປຸ່ມທິດທາງທີ່ຕ້ອງການທຸ້ມສັດຕູໂຕນັ້ນໄປ ແຕ່ຖ້າເປັນແຮກກ້າຣ໌ກໍຈະມີທ່າທຸ້ມອີກແບບຄື: ລະຫວ່າງທີ່ຈັບໂຕສັດຕູໄດ້ ໃຫ້ກົດປຸ່ມໂດດຕາມດ້ວຍປຸ່ມໂຈມຕີກໍຈະເປັນທ່າທຸ້ມ Pile Driver ທີ່ມີພະລັງໂຈມຕີສູງກວ່າ, ສ່ວນໂຄດີ້ຈະມີຄວາມສາມາດພິເສດບ່ອນທີ່ເມື່ອຈັບອາວຸດທີ່ເປັນມີດມາໃຊ້ ເວລາກົດໃຊ້ມີດໂຈມຕີສັດຕູໄລຍະປະຊິດຈະເປັນການເອົາມີດຈິ້ມ ເຊິ່ງຕ່າງຈາກໂຕລະຄອນອື່ນທີ່ຈະເປັນການດຶກອອກໄປ ແລະສຸດທ້າຍແມ່ນ ກາຍ ທີ່ຈະສາມາດໂດດໄຕ່ກຳແພງຫຼືຂອບສາກໄດ້ (ຄືກັບຊຸນລີໃນ Street Fighter). ທັງນີ້ Final Fight ເວີຊັ່ນທີ່ລົງຕູ້ເກມອາເຂດຈະມີຄວາມຍາວທັງໝົດ 6 ດ່ານ ແລະຍັງມີສາກເກັບຄະແນນໂບນັສໃຫ້ຫຼິ້ນອີກ 2 ສາກ ແລະຈະມີບອສຢູ່ທ້າຍສາກລວມທັງໝົດ 6 ໂຕ (ດ່ານລະໂຕ) ແຕ່ພໍຍ້າຍມາລົງເຄື່ອງ Super Famicom ຈຳນວນດ່ານກໍຖືກຕັດລົງເຫຼືອ 5 ດ່ານ ແລະຕັດດ່ານໂບນັສບາງແບບອອກໄປນຳ. 

Fact ເລັກນ້ອນກ່ຽວກັບເກມ Final Fight

  • ທ່ານໂຢຊິກິ ໂອຄາໂມໂຕະ (Yoshiki Okamoto) ໂປຣດິວເຊີ້ຂອງ Final Fight ພາກທຳອິດໄດ້ເຜີຍວ່າເກມນີ້ໄດ້ແຮງບັນດານໃຈມາຈາກເກມ Double Dragon II: The Revenge ໂດຍເລີ່ມຕົ້ນນັ້ນທາງຝ່າຍຂາຍຂອງ Capcom ນັ້ນຕ້ອງການຈະໃຫ້ທີມພັດທະນາຂອງບໍລິສັດລອງເຮັດພາກຕໍ່ຂອງເກມ Street Fighter ພາກທຳອິດ ເຊິ່ງທີມຂອງທ່ານໂອຄາໂມໂຕະໄດ້ຕັ້ງໃຈແຕ່ທຳອິດວ່າໃຫ້ Final Fight ເປັນພາກຕໍ່ຂອງ Street Fighter ຫັ້ນແຫຼະ ແຕ່ພໍເຮັດໄປເຮັດມາ ທາງ Capcom ກໍມີຄຳສັ່ງໃຫ້ໃຊ້ຊື່: Final Fight ໄປຄືເກົ່າ ເນື່ອງຈາກວ່າໂຕເກມທີ່ເຮັດມານັ້ນບໍ່ໄດ້ມີຄວາມຄືຫຼືຄ້າຍ Street Fighter ເລີຍແມ້ແຕ່ໜ້ອຍດຽວ. 

  • ຍອດຂາຍຂອງ Final Fight ພາກທຳອິດ ເມື່ອນັບລວມທຸກແພລັດຟອຣ໌ມແລ້ວ ສາມາດເຮັດໄປໄດ້ 3.4 ລ້ານຊຸດທົ່ວໂລກ ແລະເຖິງວ່າຈະມີການເຮັດພາກຕໍ່ອອກມາແດ່ ແຕ່ກໍບໍ່ມີພາກໃດທີ່ເຮັດຍອດຂາຍໄດ້ສູງເທົ່າພາກທຳອິດອີກເລີຍ. 

  • ຄວາມສຳເລັດຂອງ Final Fight ພາກທຳອິດ ບໍ່ໄດ້ມີພຽງຍອດຂາຍເທົ່ານັ້ນ ຫາກແຕ່ຄວາມນິຍົມຂອງມັນຍັງສົ່ງຜົນເຖິງກະແສຈາກຜູ້ຫຼິ້ນໃນຊ່ວງ ຄ.ສ 1989-1991 ທີ່ໃຜໆຕ່າງກໍເວົ້າເປັນສຽງດຽວກັນວ່າ: “ນຶກເຖິງເກມລຸຍດ້ານຂ້າງຕີອັນຕະພານ ຕ້ອງຄຶດເຖິງ Final Fight ກ່ອນສະເໝີ”

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...