Homeຂ່າວຕ່າງປະເທດສະດຸດຕາ! ສາວຈີນນຸ່ງຊຸດເຈົ້າສາວຜ້າປິດປາກຍ່າງຕາມຖະໜົນ ຮ້ອງຫາທ້ອງຟ້າສີຄາມ

ສະດຸດຕາ! ສາວຈີນນຸ່ງຊຸດເຈົ້າສາວຜ້າປິດປາກຍ່າງຕາມຖະໜົນ ຮ້ອງຫາທ້ອງຟ້າສີຄາມ

Published on

ສາວຈີນນຸ່ງຊຸດເຈົ້າສາວເຮັດຈາກຜ້າອັດປາກກວ່າ 999 ອັນ ອອກຍ່າງຕາມຖະໜົນຮ້ອງຫາທ້ອງຟ້າສີຄາມ ຫຼັງຈາກປະສົບວິກິດໝອກຄວັນລະດັບສີແດງ ແລະຫວັງວ່າໝອກຄວັນອັນຕະລາຍນີ້ຈະຫາຍໄປໃນໄວໆ

ອີງຕາມສໍານັກຂ່າວຕ່າງປະເທດລາຍງານວັນທີ 21 ທັນວາ ນີ້ວ່າ: ວັນທີ 20 ທັນວາ ເປັນມື້ທີ 4 ແລ້ວຫຼັງມະຫານະຄອນປັກກິ່ງປະກາດເຕືອນໄພໝອກຄວັນລະດັບສີແດງ ຊຶ່ງເປັນລະດັບສູງສຸດໃນລະບົບການເຕືອນໄພມົນລະພິດທາງອາກາດ ແລະນັບເປັນຄັ້ງທີ 2 ທີ່ປັກກິ່ງອອກປະກາດເຕືອນໄພໝອກຄວັນລະດັບສີແດງ ປະຊາຊົນຕ່າງວິຕົກກັງວົນເຖິງວິກິດອັນຕະລາຍນີ້ ລວມເຖິງຍິງສາວນັກສ້າງສະຫວັນຄົນນີ້ດ້ວຍ.

ໂດຍສາວຄົນນີ້ໄດ້ນຸ່ງຊຸດເຈົ້າສາວສີຂາວທີ່ເຮັດມາຈາກຜ້າອັດປາກ ຜ້າອັດປາກອັດດັງປ້ອງກັນໝອກຄວັນກວ່າ 999 ອັນ ອອກມາຍ່າງຕາມຖະໜົນຫົນທາງ ຢຸດຕາມແຍກຕາມໄປແດງ ເພື່ອຫວັງໃຫ້ປະຊາຊົນທີ່ຕ້ອງອອກມານອກໃສ່ໜ້າກາກປ້ອງກັນໂຕເອງ ພ້ອມຮ້ອງຫາທ້ອງຟ້າສີຄາມ ແລະຫວັງວ່າໝອກຄວັນອັນຕະລາຍນີ້ຈະຈາງຫາຍໄປໃນໄວໆ ຊຶ່ງຍິງສາວຄົນດັ່ງກ່າວຍັງມີຊຸດສີແດງ ໂດດເດັ່ນສະດຸດຕາ ຈົນມີຜູ້ຄົນທີ່ພົບເຫັນເຂົ້າມາຖ່າຍຮູບດ້ວຍ%e0%ba%8a%e0%ba%b8%e0%ba%94%e0%bb%81%e0%ba%94%e0%ba%87

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...