spot_img
Homeຊີວິດແລະຄວາມຮັກຜູ້ຊາຍບໍ່ຢາກໃຫ້ຄົນຮັກ ຂອງຕົນເອງເປັນແບບນີ້...

ຜູ້ຊາຍບໍ່ຢາກໃຫ້ຄົນຮັກ ຂອງຕົນເອງເປັນແບບນີ້…

Published on

ໃນຊີວິດຄູ່ຫຼາຍຄູ່ ສາວໆຄົງປາຖະໜາຢາກໃຫ້ຄົນຮັກເປັນແບບທີ່ຕົນເອງຕ້ອງການ, ຜູ້ຊາຍກໍຄືກັນ ເຂົາກໍຢາກໃຫ້ຄົນຮັກເປັນ ແລະບໍ່ເປັນໄປຕາມທີ່ເຂົາຕ້ອງການເຊັ່ນກັນ ພຽງແຕ່ບາງຄັ້ງເຂົາອາດບໍ່ເວົ້າ, ແຕ່ຜູ້ຊາຍສ່ວນຫຼາຍ ກໍບໍ່ຢາກໃຫ້ແຟນຕົນເອງເປັນຄົນແບບນີ້

  1. ບໍ່ເບິ່ງແຍງຕົນເອງ: ເພາະໜຸ່ມໆມັກໃຫ້ແຟນຕົນແຕ່ງຕົວຕາມທີ່ເຄີຍເປັນ, ແຕ່ງໜ້າໃຫ້ງາມ, ເບິ່ງແຍງຕົນເອງໃຫ້ດີກວ່າແຕ່ກ່ອນ
  2. ມີບັນຫາກັບພໍ່ແມ່ເຂົາ: ເພາະມັນຈະເຮັດໃຫ້ອຶດອັດ, ລຳບາກໃຈຫຼາຍ
  3. ໃຫ້ເລືອກລະຫວ່າງແຟນກັບເພື່ອນ: ເພາະໜຸ່ມໆມີສັງຄົນໝູ່ເພື່ອນ ເຂົາບໍ່ຢາກໃຫ້ເຈົ້າເວົ້າວ່າ ໃຫ້ເລືອກຢ່າງໃດໜຶ່ງ ທາງທີ່ດີຄວນປ່ອຍໃຫ້ເຂົາຈັດການເອງຈະດີກວ່າ
  4. ຢູ່ໆກໍເບື່ອ: ຄວາມຮັກບໍ່ໄດ້ຫວານຕະຫຼອດ, ອາດມີປາກສຽງກັນເປັນບາງຄັ້ງ, ທຳອິດອາດຕື່ນເຕັ້ນ ເປັນຕາຄົ້ນຫາ ແຕ່ຢູ່ນຳກັນດົນກັບບໍ່ມີຫຍັງເປັນຕາຄົ້ນຫາ, ເຂົາກໍບໍ່ຢາກໃຫ້ແຟນເບື່ອເຂົາ
  5. ແອບມີກິກ: ເພາະຖ້າເຂົາຮູ້ນຳຫຼັງ ເຂົາຈະໃຈຮ້າຍທີ່ສຸດ ເຊິ່ງສາວໆຢ່າເຮັດເດັດຂາດ
  6. ພະຍາຍາມປ່ຽນແປງເຂົາ: ບໍ່ວ່າຈະເປັນເລື່ອງສ່ວນຕົວ, ສະພາບຮ່າງກາຍ, ການແຕ່ງຕົວ ເຊິ່ງຄວນປ່ອຍໃຫ້ໜຸ່ມໆຈັດການເອງຈະດີກວ່າ
  7. ເລັ່ງເລື່ອງແຕ່ງງານ: ມັນເປັນເລື່ອງໃຫຍ່ສຳລັບທຸກຄົນ ເຊິ່ງຕ້ອງໄດ້ຮັບພາລະເພີ່ມຂຶ້ນ, ຮັບຜິດຊອບສິ່ງຕ່າງໆເພີ່ມຂຶ້ນ, ໄວ້ຖ້າເຂົາພ້ອມຈະດີກວ່າ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...