spot_img
Homeຂ່າວຕ່າງປະເທດຊາວບ້ານໃນຣັດເຊຍດື່ມນໍ້າມັນອາບນໍ້າແທນເຫຼົ້າ ເສຍຊີວິດແລ້ວຫຼາຍເຖິງ 55 ຄົນ

ຊາວບ້ານໃນຣັດເຊຍດື່ມນໍ້າມັນອາບນໍ້າແທນເຫຼົ້າ ເສຍຊີວິດແລ້ວຫຼາຍເຖິງ 55 ຄົນ

Published on

ຊາວບ້ານໃນເມືອງອີຣ໌ຄຸຕສ ແຄວ້ນໄຊບີເຣຍ ປະເທດຣັດເຊຍ ຈໍານວນກວ່າ 55 ຄົນເສຍຊີວິດຈາການດື່ມຜະລິດຕະພັນນໍ້າມັນອາບນໍ້າທີ່ມີສ່ວນປະສົມຂອງແອວກໍຮໍແທນເຫຼົ້າ ເນື່ອງຈາກມີລາຄາຖືກກວ່າ ແລະມີ 13 ຄົນຢູ່ໃນອາການໜັກ.

ອີງຕາມສໍານັກຂ່າວຕ່າງປະເທດລາຍງານວັນທີ 21 ທັນວານີ້ວ່າ: ເຈົ້າໜ້າທີ່ທ້ອງຖິ່ນໃນເມືອງອີຣ໌ຄຸຕສ ແຄວ້ນໄຊບີເຣຍ ປະເທດຣັດເຊຍ ໄດ້ເຂົ້າກວດຄົ້ນບ້ານ ຫຼືເຮືອນປະຊາຊົນແບບຫຼັງຕໍ່ຫຼັງ ເພື່ອຄົ້ນຫາຫຼັກຖານເພີ່ມເຕີມ ພ້ອມທັງປະກາດສະຖານະການສຸກເສີນ ເມື່ອວັນທີ 19 ທັນວາ ທີ່ຜ່ານມາ ຂະນະລັດຖະບານຣັດເຊຍຮຽກຮ້ອງໃຫ້ເພີ່ມຄວາມເຂັ້ມຂຸ້ນດ້ານກົດລະບຽບຂອງຕະຫຼາດແອວກໍຮໍ.

ເນື່ອງຈາກມີຊາວບ້ານຈໍານວນຫຼາຍພາກັນດື່ມຜະລິດຕະພັນນໍ້າມັນສໍາຫຼັບອາບນໍ້າທີ່ມີຊື່ວ່າ Boyaryshnik (Hawthorn) ຂອງປອມ ທີ່ມີສ່ວນປະສົມຂອງເມທານອລ ຫຼືແອວກໍຮໍ ຊຶ່ງເປັນພິດແທນເຫຼົ້າ ທັງຍັງມີລາຄາຖືກ ໂດຍຫວັງວ່າຈະໃຫ້ຄວາມຮູ້ສຶກຄືກັບການດື່ມເຫຼົ້າຈົນເປັນເຫດໃຫ້ເສຍຊີວິດແລ້ວຫຼາຍສິບຄົນ.

ຕາມການລາຍງານລະບຸວ່າ ຫຼັງເກີດເຫດເຈົ້າໜ້າທີ່ອອກກວດຄົ້ນຕະຫຼາດຫຼາຍແຫ່ງ ທີ່ເປັນແຫຼ່ງຂາຍຜະລິດຕະພັນປອມດັງກ່າວ ພ້ອມທັງຢຶດຂອງແຫຼວເປັນພິດລວມ 500 ລິດ ຈາກຮ້າຄ້າເກືອບ 100 ແຫ່ງໄວ້ກວດສອບ ແລະຈັບກຸມປະຊາຊົນ 7 ຄົນ ທີ່ສົງໄສວ່າເປັນຜູ້ຈໍາໜ່າຍຜະລິດຕະພັນນີີ້ ໂດຍເຈົ້າໜ້າທີ່ເຜີຍວ່າ ທີ່ເຈ້ຍຕິດຂ້າງແກ້ວຜະລິດຕະພັນດັງກ່າວມີຂໍ້ຄວາມລະບຸໄວ້ຊັດເຈນວ່າ ບໍ່ເໝາະສໍາຫຼັບດື່ມ ແຕ່ເນື້ອຫາດ້ານໃນກັບຂຽນລະບຸພຽງວ່າມີສ່ວນປະສົມຂອງເອທານອລ ຫຼືເອທິລແອວກໍຮໍ ຊຶ່ງເປັນແອວກໍຮໍຊະນິດໜຶ່ງເທົ່ານັ້ນ

ທັງນີ້ ການບໍລິໂພກເຫຼົ້າຕົ້ມກັ່ນຕອງເອງ ແລະຜະລິດຕະພັນພື້ນບ້ານປະສົມແອວກໍຮໍ ໄດ້ຮັບຄວາມນິຍົມແຜ່ຫຼາຍທົ່ວຣັດເຊຍ ໃນຖານະທາງເລືອກລາຄາຖືກຂອງເຫຼົ້າຍີ່ຫໍ່ມາດຕະຖານ ແຕ່ກໍເປັນສາເຫດການເສຍຊີວິດຂອງຜູ້ດື່ມເປັນຈໍານວນຫຼາຍເຊັ່ນກັນ.

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...