spot_img
Homeຊີວິດແລະຄວາມຮັກ5 ວິທີເລືອກແຫວນໝັ້ນໃຫ້ຖືກໃຈແຟນ ທີ່ຜູ້ຊາຍຄວນຮູ້

5 ວິທີເລືອກແຫວນໝັ້ນໃຫ້ຖືກໃຈແຟນ ທີ່ຜູ້ຊາຍຄວນຮູ້

Published on

ຄົນເຮົາ ເມື່ອຄົບກັນເປັນແຟນມາດົນ ຍ່ອມຄິດເຫັນການໃຊ້ຊີວິດຄູ່ ນັ້ນກໍຄືການແຕ່ງງານ, ແຕ່ບາງຄູ່ກ່ອນຈະແຕ່ງງານ ກໍຈະມີການໝັ້ນກັນໄວ້ກ່ອນ, ເຊິ່ງຜູ້ຊາຍຈະເປັນຝ່າຍໝັ້ນຜູ້ຍິງ ເຊິ່ງສິ່ງທີ່ຂາດບໍ່ໄດ້ນັ້ນກໍຄືແຫວນ, ແຕ່ສຳລັບຜູ້ຊາຍທີ່ເລືອກແຫວນນັ້ນ ອາດຄິດວ່າຢ້ານຜູ້ຍິງບໍ່ມັກ, ມື້ນີ້ ເຮົາມີວິທີເລືອກແຫວນໝັ້ນມາຝາກຜູ້ອ່່ານທັງຫຼາຍ

  1. ຊອກຫາຂໍ້ມູນວ່າແຟນຕົນເອງມັກແຫວນແບບໃດ: ຕ້ອງສັງເກດວ່າແຟນຕົນມັກແຫວານແບບໃດ, ແບບລຽບໆ ຫຼືແບບງາມໆມີລວດລາຍ, ລອງກວດເບິ່ງທາງເຟສບຸກວ່າມັກແຊ ຫຼືກົດໄລ ແຫວນແບບໃດຕະຫຼອດ ຈະໄດ້ເດົາຖືກໃຈສາວໆ
  2. ປຶກສາໝູ່ສະໜິດ: ຜູ້ຍິງສ່ວນຫຼາຍ ມັກເວົ້າເລື່ອງສຳຄັນກັບຄົນໃກ້ໂຕຢູ່ຕະຫຼອດ, ທັງຄົນໃນຄອບຄົວ ແລະໝູ່ສະໜິດ ເຊິ່ງບາງຄັ້ງອາດເວົ້າເລື່ອງແຫວນນຳຄົນສະໜິດກໍໄດ້, ສະນັ້ນລອງໄປປຶກສາກັບພວກເຂົາ ຫຼືພາໄປເລືອກໃຫ້ເລີຍ
  3. ຕັດສິນໃຈຊື້ດ້ວຍຕົວເອງ: ຖ້າແຟນຂອງເຈົ້າເປັນຄົນທີ່ມັກແບບໃດກໍໄດ້ທີ່ຄົນຮັກຊື້ໃຫ້, ຂໍພຽງແຕ່ມອບໃຫ້ດ້ວຍຄວາມຈິງໃຈ ຫຼືຖ້າເຈົ້າຮູ້ດີແລ້ວວ່າລາວມັກແບບໃດ ກໍຄວນຕັດສິນໃຈຊື້ແຫວນໝັ້ນດ້ວຍຕົວເອງເລີຍ
  4. ຖາມກົງໆເລີຍ: ຖ້າຄິດບໍ່ອອກວ່າຈະຊື້ແບບໃດດີ ກໍຄວນລອງຖາມກົງໆເລີຍຈະດີກວ່າ, ແຕ່ຖ້າຖາມແລ້ວກໍບໍ່ຄວນໃຊ້ເວລາມາໝັ້ນດົນເກີນໄປ ເພາະຜູ້ຍິງຮູ້ແລ້ວ ກໍຢາກເຫັນພ້ອມເລີຍ
  5. ພາໄປຊື້ນຳເລີຍ: ຖ້າຖາມແລ້ວກໍຍັງບໍ່ໝັ້ນໃຈ ແນະນຳໃຫ້ພາແຟນຕົນເອງໄປຊື້ເລີຍຈະດີທີ່ສຸດ ເພາະຈະໄດ້ແຫວນທີ່ງາມ ແລະຖືກໃຈຄົນໃສ່ພ້ອມເລີຍ

ເມື່ອໜຸ່ມໆຮູ້ວິທີເລືອກຊື້ແຫວນໝັ້ນໃຫ້ສາວໆສຸດທີ່ຮັກແລ້ວ, ໜຸ່ມໆທີ່ກຳລັງຊອກຫາແຫວນງາມໆ ໄປໝັ້ນສາວໆຢູ່ ກໍຄວນເອົາວິທີທີ່ແນະນຳຂ້າງເທິງນັ້ນໄປໃຊ້ລອງເບິ່ງ ຮັບຮອງວ່າສາວໆຕ້ອງຖືກໃຈແນ່ນອນ
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...