Homeຂ່າວຕ່າງປະເທດຕໍາຫຼວດທຸບແວ່ນລົດຊ່ວຍຍິງຊະລາໃກ້ຕາຍ ແຕ່ສຸດທ້າຍກາຍເປັນຫຸ່ນ

ຕໍາຫຼວດທຸບແວ່ນລົດຊ່ວຍຍິງຊະລາໃກ້ຕາຍ ແຕ່ສຸດທ້າຍກາຍເປັນຫຸ່ນ

Published on

ອີງຕາມສໍານັກຂ່າວຕ່າງປະເທດລາຍງານໃນວັນທີ 20 ທັນວາຜ່ານມາວ່າ: ເມື່ອຕອນເຊົ້າຂອງວັນທີ 16 ທັນວາທີ່ຜ່ານມາ ຕາມເວລາທ້ອງຖິ່ນ ເຈົ້າໜ້າທີ່ຕໍາຫຼວດໃນນິວຢອກ ສະຫະລັດອະເມລິກາ ໄດ້ຮັບແຈ້ງວ່າມີຄົນພົບເຫັນຍິງຊະລາຄົນໜຶ່ງກໍາລັງຈະແຂງຕາຍຢູ່ໃນລົດ ທີ່ເມືອງແມນຮັດຕັນ ຫຼັງຈາກເຈົ້າໜ້າທີ່ຕໍາຫຼວດຮອດຈຸດເກີດເຫດກໍພົບວ່າ ຍິງຊະລາຄົນດັ່ງກ່າວໃສ່ໜ້າກາກອອກຊິເຈນ ນັ່ງນິ້ງໂຕແຂງບໍ່ເໜັງບໍ່ຕີງ ລັກສະນະທ່າທາງຄືກໍາລັງຈະແຂງຕາຍຢູ່ໃນລົດທີ່ດັບເຄື່ອງໄວ້ ແລະຖືກປົກຄຸມໄປດ້ວຍຫິມະ.

ເຈົ້າໜ້າທີ່ຕໍາຫຼວດໄດ້ຮີບທຸບແວ່ນລົດເພື່ອເຂົ້າຊ່ວຍເຫຼືອທັນທີ ແຕ່ພໍເປີດປະຕູລົດໄດ້ ເຈົ້າໜ້າທີ່ເຖິງກັບເວົ້າບໍ່ອອກບອກບໍ່ຖືກ ບໍ່ຮູ້ວ່າຈະຫົວ ຫຼືຊິຮ້ອງໄຫ້ດີ ເພາະຍິງຊະລາທີ່ເຫັນນັ້ນເປັນພຽງຫຸ່ນຈໍາລອງ ສໍາຫຼັບໃຊ້ຝຶກອົບຮົມການແພດເທົ່ານັ້ນ.

ທັງນີ້ ເຈົ້າໜ້າທີ່ຕໍາຫຼວດໄດ້ຕິດຕໍ່ຫາເຈົ້າຂອງລົດທີ່ຖືກທຸບແວ່ນຄັນດັງກ່າວແລ້ວ ພ້ອມທັງອອກມາເຕືອນເຖິງຄົນທີ່ມີຫຸ່ນຈໍາລອງຄືຄົນແທ້ເຫຼົ່ານີ້ ວ່າຄວນໃຫ້ຄວາມສົນໃຈ ເພາະຫາກໃນລົດມີຫຸ່ນຈໍາລອງດັງກ່າວ ພວກເຂົາອາດຈະຕ້ອງທຸບແວ່ນລົດ ເພື່ອເຂົ້າຊ່ວຍເຫຼືອຫຸ່ນເຫຼົ່ານັ້ນໄດ້ ເນື່ອງຈາກລັກສະນະຂອງຫຸ່ນຈໍາລອງດັງກ່າວຄືຄົນແທ້ ບໍ່ວ່າຈະເປັນຜິວພັນ, ໃບໜ້າ, ເສັ້ມຜົມ, ແວ່ນຕາ ແລະອື່ນໆ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...