spot_img
Homeຂ່າວຕ່າງປະເທດທີມຄົ້ນຫາເຄື່ອງບິນ MH370 ກຽມຢຸດຕິການຄົ້ນປີໜ້າ

ທີມຄົ້ນຫາເຄື່ອງບິນ MH370 ກຽມຢຸດຕິການຄົ້ນປີໜ້າ

Published on

ທີມຄົ້ນຫາເຄື່ອງບິນມາເລເຊຍ MH370 ກຽມຢຸດຕິການຄົ້ນຫາໃນປີໜ້າ ລັດຖະບານ 3 ຊາດຮ່ວມຕົກລົງ.

ອີງຕາມສໍານັກຂ່າວຕ່າງປະເທດລາຍງານໃນວັນທີ 20 ທັນວານີ້ວ່າ: ຜູ້ນໍາຊຸດສືບສວນ ຄົ້ນຫາເຄື່ອງບິນມາເລເຊຍຖ້ຽວບິນ 370 ທີ່ຫາຍໄປເມື່ອ 2 ປີກ່ອນ ວ່າ ບໍ່ມີທ່າທີທີ່ຈະພົບເສດຊາກຂອງເຄື່ອງບິນລໍາດັງກ່າວ ໃນເຂດມະຫາສະໝຸດອິນເດຍ ພື້ນທີ່ປັດຈະບັນທີ່ກໍາລັງຄົ້ນຫາ ຊຶ່ງໃນອະນາຄົດອາດຈະຄົ້ນຫາໃນພື້ນທີ່ ທີ່ເໜືອຂຶ້ນໄປອີກ ໂດຍການຄົ້ນຫາໃນພື້ນທີ່ 120,000 ຕາຕາລາງກິໂລແມັດ ກໍາລັງຈະມີຂຶ້ນ ໃນມະຫາສະໝຸດອິນເດຍ ທັງນີ້ ຍັງບໍ່ພົບຊິ້ນສ່ວນຂອງເຄື່ອງບິນລໍາດັງກ່າວ ແລະການຄົ້ນຫາຈະຢຸດຕິຊ່ວງຕົ້ນປີ 2017 ຊຶ່ງບາງຊິ້ນສ່ວນຖືກຢືນຢັນວ່າເປັນຂອງເຄື່ອງບິນ MH370 ຖືກພົບບໍລິເວນແຄມຝັ່ງ ອາຟຣິກັນ ແລະເກາະໃນມະຫາສະໝຸດອິນເດຍ ໂດຍຊາວບ້ານ ແນວໃດກໍຕາມ ລັດຖະບານອ໋ອດສະເຕເລຍ, ຈີນ ແລະມາເລເຊຍ ຕົກລົງທີ່ຈະຢຸດຕິຄວາມຮ່ວມມືໃນການຄົ້ນຫາ ໂດຍອະທິບາຍວ່າຂາດຂໍ້ມູນໃໝ່ທີ່ໜ້າເຊື່ອຖືໃນການປະຕິບັດການຄົ້ນຫາ.

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...