spot_img
Homeຂ່າວຕ່າງປະເທດທ່ານບັນຄີມູນ ອາດລົງຊິງຕຳແໜ່ງປະທານາທິບໍດີເກົາຫຼີໃຕ້ ຫຼັງໝົດວາລະເລຂາຢູເອັນ

ທ່ານບັນຄີມູນ ອາດລົງຊິງຕຳແໜ່ງປະທານາທິບໍດີເກົາຫຼີໃຕ້ ຫຼັງໝົດວາລະເລຂາຢູເອັນ

Published on

ອີງຕາມການລາຍງານຂ່າວຂອງເອເອຟພີ ເມື່ອວັນທີ 17 ທັນວາ 2016 ຜ່ານມາວ່າ ທ່ານບັນຄີມູນ ເລຂາທິການສະຫະປະຊາຊາດ ຫຼືຢູເອັນ ທີ່ກຳລັງຈະໝົດວາລະໃນທ້າຍເດືອນທັນວານີ້, ໄດ້ເປີດເຜີຍເຖິງຄວາມເປັນໄປໄດ້ທີ່ຈະລົງແຂ່ງຂັນເລືອກຕັ້ງຊິງຕຳແໜ່ງປະທານາທິບໍດີເກົາຫຼີໃຕ້, ເຊິ່ງທາງທ່ານ ບັນຄີມູນ ບອກກັບສື່ຂ່າວວ່າ ຫຼັງຈາກໝົດວາລະຈະເດີນທາາງໄປພັກຜ່ອນກ່ອນ ຈາກນັ້ນຈຶ່ງຈະກັບເກົາຫຼີໃຕ້ ລະຊອກຫາຫົນທາງ ທີ່ຈະຮັບໃຊ້ປະເທດຊາດໃຫ້ໄດ້ດີທີ່ສຸດ

ຕາມການລາຍງານບອກວ່າ ການເລືອກຕັ້ງປະທານາທິບໍດີເກົາຫຼີໃຕ້ ຈະມີຂຶ້ນໃນເດືອນທັນວາ 2017, ແນວໃດກໍຕາມຫາກສານລັດຖະທຳມະນູນ ຕັດສິນຮອງຮັບມະຕິຖອດຖອນປະທານາທິບໍດີ ປາກ ກຶນເຮ ຜູ້ນຳຍິງເກົາຫຼີໃຕ້ ຈາກການພົວພັນຄະດີສໍ້ໂກງ ແລະແຊກແຊງກິດຈະການລັດຂອງນາງ ຊະເວ ຊຸນຊິນ ໝູ່ສະໜິດ, ກົດໝາຍກຳນົດໃຫ້ເລືອກຕັ້ງ ປະທານາທິບໍດີຄົນໃໝ່ພາຍໃນ 60 ວັນ, ເຊິ່ງທາງສານລັດຖະທຳມະນູນ ມີເວລາພິຈາລະນາຄະດີ 180 ວັນ

ທາງດ້ານບັນຍາກາດ ການປະທ້ວງຂັບໄລ່ປະທານາທິບໍດີ ປາກ ກຶນເຮ ຂອງຄົນເກົາຫຼີໃຕ້ ຍັງບໍ່ມີເຫດວຸ່ນວາຍ, ແຕ່ຜູ້ຊຸມນຸມຍັງພາກັນມາຊຸມນຸມໃນກຸງໂຊນ ເຂົ້າອາທິດທີ 8 ເພື່ອຮຽກຮ້ອງສານ ເລັ່ງພິຈາລະນາຄະດີ ແລະຕັດສິນຮັບຮອງມະຕິຖອດຖອນຜູ້ນຳຍິງຂອງເກົາຫຼີ ເຊິ່ງເຖິງແມ່ນບໍ່ມີອຳນາດການບໍລິຫານແລ້ວ ແຕ່ຍັງຄົງດຳລົງຕຳແໜ່ງປະມຸກລັດຂອງຊາດ ແລະເຮັດວຽກຢູ່ໃນທຳນຽບຂອງປະທານາທິບໍດີ, ເຊິ່ງທາງຜູ້ປະທ້ວງຮຽກຮ້ອງໃຫ້ປະທານາທິບໍດີລາອອກຈາກຕຳແໜ່ງທັນທີ ແລະເຂົ້າສູ່ຂະບວນການຄະດີອາຍາ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...