spot_img
Homeຂ່າວຕ່າງປະເທດໂອເປັກກໍາລັງກໍານົດຊີວິດໂຕເອງ ເຖິງເປັນເລື່ອງຍາກ

ໂອເປັກກໍາລັງກໍານົດຊີວິດໂຕເອງ ເຖິງເປັນເລື່ອງຍາກ

Published on

ໂອເປັກ ກໍານົດຊະຕາໂຕເອງສະມາຊິກກຽມໃຊ້ມາດຕະການຫຼຸດການຜະລິດຫວັງດຶງລາຄາເລີ່ມປີໃໝ່ນີ້.

ອີງຕາມສໍານັກຂ່າວຕ່າງປະເທດລາຍງານໃນວັນທີ 19 ທັນວາທີ່ຜ່ານມາ: ຄວາມຮ່ວມມືຂໍ້ຕົກລົງການຄ້າ ພັກດັນໃຫ້ການຜະລິດນໍ້າມັນ ຂຶ້ນສູ່ເຫດການ ການປະວັດສາດໜ້າໃໝ່ ທີ່ສະມາຊິກກຽມໃຊ້ມາດຕະການຫຼຸດການສົ່ງອອກ ຊຶ່ງເປັນກະແຈສໍາຄັນໃນປີໜ້ານີ້ ໂດຍກໍາລັງການຜະລິດຂອງໂອເປັກ ໃນເດືອນ ພຶດສະພາທີ່ຜ່ານມາ ຢູ່ທີ່ 33.9 ລ້ານບາເຣດຕໍ່ວັນຕາມລາຍງານປະຈໍາເດືອນຄັ້ງລ່າສຸດ ຊຶ່ງເພີ່ມຈາກ 33.7 ລ້ານບາເຣດໃນເດືອນຕຸລາ ແລະຫຼາຍກວ່າ 32.5 ລ້ານບາເຣດ ທີ່ເປັນເປົ້າໝາຍທີ່ຕັ້ງໄວ້ໃນເດືອນມັງກອນ 2017 ນີ້ ເມື່ອເດືອນພຶດສະພາ ປີຜ່ານມາ ໂອເປັກ ຕົກລົງຫຼຸດການຜະລິດຕໍ່ເດືອນລົງເພື່ອສະໜັບສະໜູນຕາລາງການຜະລິດທີ່ຈະເລີ່ມຂຶ້ນໃນ ວັນທີ 1 ມັງກອນ ນີ້.

ປະເດັນສໍາຄັນກັບການຈັດການຄື ວິກິດທີ່ໂອເປັກຕ້ອງການເຫັນລາຄານໍ້າມັນພຸ່ງຂຶ້ນ ຊຶ່ງໃນປັັດຈຸບັນປະລິມານນໍ້າມັນລົ້ນຕະຫຼາດຈົນລາຄານໍ້າມັນຕົກໃນຊ່ວງ 2 ປີທີ່ຜ່ານມາ ຂະນະທີ່ຜູ້ຜະລິດນໍ້າມັນລາຍໃຫຍ່ ປະຕິເສດທີ່ຈະຫຼຸດການຜະລິດລົງ ເພື່ອປົກປ້ອງສ່ວນແບ່ງທາງການຕະຫຼາດຂອງໂຕເອງ.

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...