spot_img
Homeຂ່າວຕ່າງປະເທດສະຫະລັດ ອາກາດໜາວຫຼາຍ ອຸນຫະພູມຕໍ່າສຸດ -34 ອົງສາ

ສະຫະລັດ ອາກາດໜາວຫຼາຍ ອຸນຫະພູມຕໍ່າສຸດ -34 ອົງສາ

Published on

ອີງຕາມການລາຍງານຂອງສຳນັກຂ່າວຣອຍເຕີ ເມື່ອວັນທີ 19 ທັນວາ 2016 ວ່າ ໃນຊ່ວງອາທິດຜ່ານມາ ສະຫະລັດອາເມລິກາໄດ້ປະເຊີນກັບສະພາບອາກາດໜາວເຢັນຫຼາຍ ໃນຫຼາຍໆພື້ນທີ່ ໂດຍສະເພາະທາງພາກເໜືອ ຂອງລັດມອນທານາ ແລະລັດນໍທະດາໂກຕາ ມີຫິມະຕົກຫຼາຍກວ່າເຂດອື່ນໆ ເຊິ່ງອາກາດໜາວເຂົ້າຂັ້ນອັນຕະລາຍ, ປະຊາຊົນສ່ຽງເປັນພະຍາດຄວາມເຢັນກັດ ຫາກອອກໄປສຳຜັດກັບອາກາດດົນກວ່າ 10 ນາທີ, ລວມທັງລົມໜາວແຮງ ສາມາດເຮັດໃຫ້ເກີດພາວະໂຕເຢັນເກີນ

ນັກອຸຕຸນິຍົມວິທະຍາຈາກສູນພະຍາກອນອາກາດ ໄດ້ເປີດເຜີຍວ່າ ບາງສ່ວນຂອງພື້ນທີ່ລັດມອນທານາ ອຸນຫະພູມຕິດລົບຕໍ່າເປັນປະຫວັດການ, ເມື່ອວັນສຸກ ທີ 16 ທັນວາ 2016 ຜ່ານມາອຸນຫະພູມຫຼຸດລົງຕໍ່າສຸດເຖິງ -34 ອົງສາ ໜາວສຸດໃນຮອບກວ່າ 30 ປີ ຕັ້ງແຕ່ປີ 1983 ເຊິ່ງເປັນຜົນກະທົບມາຈາກມວນອາກາດເຢັນ ຈາກບໍລິເວນຂົ້ວໂລກເໜືອ ທີ່ພັດມາທາງພາກໃຕ້ຂອງແຄນນາດາ ແລະພາກເໜືອຂອງລັດ ປະກອບກັບພາຍຸທີ່ພັດມາຈາກມະຫາສະໝຸດປາຊີຟິກ

sam1

ຖະໜົນໃນລັດມອນທານາ ຕ້ອງໄດ້ປິດເພື່ອເລັ່ງເອົາຫິມະອອກຈາກເສັ້ນທາງ, ຂະນະທີ່ຫຼາຍໆໂຮງຮຽນ ໄດ້ປະກາດປິດ ແລະທາງເຈົ້າໜ້າທີ່ກໍອອກມາເຕືອນປະຊາຊົນໃຫ້ອາໄສຢູ່ໃນບ້ານ, ນອກຈາກນີ້ ພື້ນທີ່ໃນລັດວິສຄອນຊິນ ອິນດິແອນາ ເວີມອນ ນິວແຮມເຊຍ ແລະລັດເມນ ຍັງໄດ້ຮັບຜົນກະທົບເກີດຫິມະຖະຫຼົ່ມຢ່າງແຮງ ຫຼັງຈາກເກີດພາຍຸເມື່ອວັນທີ 17 ທັນວາ 2016 ຜ່ານມາ ມີປະລິມານຫິມະສະສົມໜາປະມານ 15 ຊັງຕີແມັດ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...