spot_img
Homeຄວາມງາມ3 ສູດເຄື່ອງດື່ມ ບໍາລຸງຜິວພັນ

3 ສູດເຄື່ອງດື່ມ ບໍາລຸງຜິວພັນ

Published on

 

  1. ນໍ້າໝາກພ້າວ: ເນື່ອງຈາກວ່ານໍ້າໝາກພ້າວຈະມີລົດຫວານຕາມທໍາມະຊາດ ແລະບໍ່ມີສານໃຫ້ຄວາມຫວານທຽມ ນອກຈາກນີ້ຍັງເປັນແຫຼ່ງໂພແທກຊຽມ ຊຶ່ງຄົນສ່ວນໃຫຍ່ມັກຈະຂາດ ຊຶ່ງເກີດຈາກການກິນຜັກ ແລະໝາກໄມ້ບໍ່ພຽງພໍ ແນວໃດກໍຕາມຂໍ້ດີຂອງນໍ້າໝາກພ້າວ ທີ່ມີຕໍ່ຜິວພັນ ຄືການອຸດົມໄປດ້ວຍສານຕ້ານອະນຸມຸນອິດສະລະ ຊຶ່ງຊ່ວຍຢັບຢັ້ງຂະບວນການທີ່ເຮັດໃຫ້ຜິວແກ່ກ່ອນໄວ ລ່າສຸດໄດ້ມີການຄົ້ນພົບສານອາຫານໃນນໍ້າໝາກພ້າວທີ່ມີປະໂຫຍດໃນການແພດເຊັ່ນ: ໄຟໂຕຮອກໂມນ ຫຼືຮອກໂມນພືດ ແລະໜຶ່ງໃນນັ້ນມີຊື່ວ່າທຣານຊີເອຕິນ ຊຶ່ງມີຄຸນສົມບັດຕໍ່ຕ້ານຮອຍຫ່ຽວ ແລະຊ່ວຍຮັກສາຄວາມອ່ອນເຍົາ.
  2. ຊາຂຽວ: ເນື່ອງຈາກຄາເຟອີນເຮັດໃຫ້ຮ່າງກາຍຂາດນໍ້າ ເຮົາຈຶ່ງຄວນກໍາຈັດປະລິມານການບໍລິໂພກກາເຟ ແຕ່ຊາຂຽວອຸດົມໄປດ້ວຍໂພລີຟີນ ຊຶ່ງເປັນສານຕ້ານອະນຸມຸນທີ່ມີສັບພະຄຸນຕ້ານການອັກເສບ ແລະຕ້ານມະເຮັງ ມີການສຶກສາໜຶ່ງຫຼັກຖານວ່າສານ EGCG ໃນໃບຊາຂຽວອາດຊ່ວຍປິ່ນປົວພະຍາດຜິວໜັງບາງຊະນິດໄດ້ເຊັ່ນ ພະຍາດສະເກັດເງິນ, ພະຍາດສິວໜ້າແດງ ແລະຮ່ອຍຫ່ຽວ ນອກຈາກມີສານໂພລີຟີນຍັງມີຄຸນສົມບັດປ້ອງກັນອັນຕະລາຍ ແລະຊ່ອມແຊມສ່ວນທີ່ເສຍຫາຍຈາກແສງແດດ ແລະການດື່ມຊາຂຽວກໍຊ່ວຍປ້ອງກັນຄວາມເສຍຫາຍຈາແສງແດດໄດ້ຢ່າງມີປະສິດທິຜົນ.
  3. ນໍ້າຜັກ ແລະໝາກໄມ້ສະກັດເຢັນ ເປັນອີກວິທີໜຶ່ງທີ່ຊ່ວຍເຕີມສາອາຫານທີ່ມີປະໂຫຍດເຂົ້າໄປໃນຮ່າງກາຍ ນໍ້າຜັກ-ໝາກໄມ້ສະກັດເຢັນແຕກຕ່າງຈາກນໍ້າໝາກໄມ້ຊະນິດອອື່ນໆບ່ອນທີ່ວ່າບໍ່ມີນໍ້າຕານ, ບໍ່ຜ່ານຂະບວນການຄວາມຮ້ອນ ແລະແປຮູບຫຼາຍເກີນໄປ ມີສານອາຫານຫຼາຍກວ່າເຊັ່ນ: ວິຕາມິນ, ເກືອແຮ່ ແລະເອັນໄຊ ແນວໃດກໍຕາມຄຸນຄ່າທາງປົກກະຕິຜັກ ຫຼືໝາກໄມ້ສ່ວນໃຫຍ່ກໍອຸດົມໄປດ້ວຍວິຕາມິນຕ່າງໆ ວິຕາມິນຊີ ແລະສານຕ້ານອະນຸມຸນອິດສະລະທີ່ຊ່ວຍບໍາລຸງເຊວຜິວ.

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...