ຝຣັ່ງ-ລັດເຊຍຕົກລົງແກ້ສົງຄາມອະເລັບໂປຮ່ວມກັນ

ຝຣັ່ງ ແລະລັດເຊຍ ຕົກລົງຫາທາງອອກແກ້ປັນຫາຊີເຣຍຮ່ວມກັນ ສັ່ງອົບພະຍົບປະຊາຊົນໃນອະເລັບໂປອອກຈາກພື້ນທີ່ສູ້ຮົບໃນ 48 ຊົ່ວໂມງ.

ອີງຕາມສໍານັກຂ່າວຕ່າງປະເທດລາຍງານວ່າໃນວັນທີ 19 ທັນວານີ້ວ່າ: ຝຣັ່ງ ແລະລັດເຊຍ ຕົກລົງປະນິປະນອມທາງອອກສະຫະປະຊາຊາດ ເພື່ອປ້ອງກັນຄວາມໂຫດຮ້າຍໃນພື້ນທີ່ອະເລັບໂປຂອງລັດເຊຍ ທີ່ຍັງມີປະຊາຊົນອີກນັບພັນຕິດຢູ່ໃນພື້ນທີ່ສູ້ຮົບ ແລະນັກຮົບຝ່າຍກົດກໍາລັງອົບພະຍົບຈາກການຢຸດສູ້ຮົບຊົ່ວຄາວ.

ໂດຍການພົບພະຍົບປະຊາຊົນອອກຈາກອະເລັບໂປ ແລະພື້ນທີ່ສູ້ຮົບອື່ນໆ ຖືກຍົກຂຶ້ນເປັນປະເດັນການປະຊຸມເມື່ອວັນທີ 18 ທັນວາທີ່ຜ່ານມາ ຫຼັງກຸ່ມກໍການຮ້າຍເຜົາລົດເມທີ່ຈັດໄວ້ສໍາຫຼັບອໍານວຍຄວາມປອດໄພ ເຖິງຈະມີລາຍງານວ່າ ລົດເມ 5 ຄັນອອກຈາກເມືອງໄດ້ຢ່າງປອດໄພ ການອົບພະຍົບໃນອະເລັບໂປສ່ວນໜຶ່ງ ຂອງການຈັດການຢ່າງກວ້າງຂວາງທີ່ອະນຸຍາດໃຫ້ຜູ້ທີ່ບໍ່ສະບາຍກວ່າກວ່າ 2,000 ຄົນ ແລະປະຊາຊົນທີ່ຖືກບາດເຈັບອອກຈາກ 2 ໝູ່ບ້ານຝັ່ງລັດຖະບານ ຊຶ່ງເປັນການຕັດການໂດຍກຸ່ມກົດຊີເຣຍ ຊາວບ້ານສ່ວນໃຫຍ່ເປັນຊາວຊີອະນະທີ່ກຸ່ມກົດສ່ວນໝູ່ເປັນຊາວສຸໜີ່.

ແນວໃດກໍຕາມ ມີພາບລົດເມຖືກເຜົາແຜ່ອອກມາຕາມສື່ ຊຶ່ງເປັນຝືມືຂອງນັກຮົບຊາວສຸໜີ່ ພ້ອມຂໍ້ຄວາມເຢາະເຢີ້ຍໃຫ້ຊີອະນະອອກຈາກພື້ນທີ່ໄດ້ ຂະນະທີ່ການອົບພະຍົບຈະມີຂຶ້ນເປັນເວລາ 48 ຊົ່ວໂມງ ນັບຕັ້ບແຕ່ວັນທີ 18  ທັນວາຜ່ານມານີ້ ຂະນະດຽວກັນ ກຸ່ມສັງເກດການຍັງຢືນຢັນດ້ວຍວ່າ ມີລົດເມນໍາຜູ້ອົບພະຍົບອອກຈາກພື້ນທີ່ໄດ້ຢ່າງປອດໄພແລ້ວ ຊຶ່ງເປັນຄັ້ງທໍາອິດທີ່ປະຕິບັດການສໍາເລັດ.