spot_img
Homeຂ່າວພາຍ​ໃນກຽມຈັດງານວາງສະແດງ-ຂາຍຜະລິດຕະພັນເຟີນິເຈີຈາກໄມ້ລາວ ຄັ້ງທີ 3

ກຽມຈັດງານວາງສະແດງ-ຂາຍຜະລິດຕະພັນເຟີນິເຈີຈາກໄມ້ລາວ ຄັ້ງທີ 3

Published on

ເພື່ອປະຕິບັດຕາມທິດທາງນະໂຍບາຍ ໃນການສົ່ງເສີມການຜະລິດເຄື່ອງເຟີນິເຈີຈາກໄມ້ລາວ ທັງເປັນການໂຄສະນາເຜີຍແຜ່ໃຫ້ສັງຄົມ ຮັບຮູ້ຜະລິດຕະພັນເຟີນິເຈີລາວຫຼາຍຂຶ້ນ ເຮັດໃຫ້ຜູ້ຜະລິດສາມາດເຂົ້າຫາຕະຫຼາດ ສາມາດຈໍາໜ່າຍສິນຄ້າໄດ້ທັງພາຍໃນ ແລະ ຕ່າງປະເທດ ກ້າວສູ່ການສ້າງຕາໜ່າງການວາງສະແດງ-ຂາຍສິນຄ້າເຟີນິເຈີກັບພາກພື້ນ ແລະ ສາກົນໃນອະນາຄົດ ດັ່ງນັ້ນ ສະມາຄົມເຟີນິເຈີລາວ ຈິ່ງກະກຽມຈະຈັດງານວາງສະແດງ-ຂາຍຜະລິດຕະພັນເຟີນິເຈີຈາກໄມ້ລາວ ຄັ້ງທີ 3 ປະຈໍາປີ 2017 ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 07-15 ມັງກອນ 2017 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫຼວງວຽງຈັນ.

ພິທີຖະແຫຼງກ່ຽວກັບການກະກຽມຄວາມພ້ອມ ຈັດງານສະແດງ-ຂາຍຜະລິດຕະພັນເຟີນິເຈີໄມ້ລາວ ຄັ້ງທີ 3 ປະຈໍາປີ 2017 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 16 ທັນວາ 2016 ທີ່ແຫຼ່ງທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດຊອນ ແດນຫົງພູສູງ ສວນອຸທິຍານພຶກສາສາດ ຊຸມຊົນສະມາຄົມອາຊຽນ ທີ່ບ້ານນາຍາງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ, ພະແນກອຸດສາຫະກໍາ ແລະການຄ້າ ນະຄອນຫຼວງວຽງຈັນ, ທ່ານ ຄໍາໄພ ສົມຊະນະ ປະທານສະມາຄົມເຟີນິເຈີລາວ, ມີບັນດາຄະນະບໍລິຫານ ບັນດາສະມາຊິກ ຜູ້ປະກອບການທຸລະກິດເຟີນິເຈີ ບັນດາບໍລິສັດ ຫ້າງຮ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ປັດຈຸບັນ ດ້ານກະກຽມຄວາມພ້ອມໃຫ້ແກ່ງານວາງສະແດງດັ່ງກ່າວ ສະມາຄົມຟີນິເຈີລາວ ກໍໄດ້ເຊື້ອເຊີນເອົາຜູ້ທີ່ເປັນສະມາຊິກ ແລະ ບັນດາບໍລິສັດ ໂຮງຈັກໂຮງງານກໍຄືຜູ້ປະກອບການທຸລະກິດເຟີນິເຈີ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມວາງສະແດງ ເຊິ່ງຄາດວ່າຈະຫ້ອງວາງສະແດງຫຼາຍກວ່າ 300 ຮ້ານ ມາຮອດປັດຈຸບັນໄດ້ມີຜູ້ແຈ້ງເຈດຈໍານົງເຂົ້າຮ່ວມແລ້ວ 100 ຫົວໜ່ວຍ.

 

ແຫລ່ງຂ່າວ:

ວຈທດ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...