Homeຂ່າວຕ່າງປະເທດປູຕິນ ພາ “ຢູເມະ” ໝາສຸດຮັກ ຕ້ອນຮັບນັກຂ່າວຍີ່ປຸ່ນ

ປູຕິນ ພາ “ຢູເມະ” ໝາສຸດຮັກ ຕ້ອນຮັບນັກຂ່າວຍີ່ປຸ່ນ

Published on

ສຳນັກຂ່າວຣອຍເຕີລາຍງານເມື່ອວັນທີ 14 ທັນວາ 2016 ວ່າ ປະທານາທິບໍດີ ວະລາດີເມຍ ປູຕິນ ແຫ່ງປະເທດລັດເຊຍ ເປີດທຳນຽບຕ້ອນຮັບຕົວແທນສື່ມວນຊົນ ຈາກສຳນັກຂ່າວໂຢມິອູຮິ ແລະສະຖານີໂທລະພາບພິບປອນ ຈາກປະເທດຍີ່ປຸ່ນ ເຊິ່ງໄດ້ມີ “ຢູເມະ” ໝາສຸດຮັກ ຮ່ວມຮຽງຂ້າງທ່ານຜູ້ນໍາອອກມາຮັບແຂກໃນຄັ້ງນີ້ນຳ

A picture taken on December 7, 2016 shows Russian President Vladimir Putin (R) as he plays with his Yume, an Akita dog prior to an interview with Nippon Television Network Corporation Executive Director Takayuki Kasuya (L) and Yomiuri Shimbun Editor in Chief Mizoguchi Takeshi in the run-up to his official visit to Japan. / AFP PHOTO / SPUTNIK / Alexey DRUZHININ

ຢູເມະ ເປັນໝາໂຕແມ່ ສາຍພັນອາຄິຕະ ຊື່ ຢູເມະ ມີຄວາມໝາຍໃນພາສາຍີ່ປຸ່ນວ່າ “ຄວາມຝັນ” ມັນເປັນຂອງຂວັນທີ່ທາງການຍີ່ປຸ່ນມອບໃຫ້ປະທານາທິບໍດີ ປູຕິນ ເພື່ອເປັນການຂອບໃຈທີ່ລັດເຊຍ ໃຫ້ການຊ່ວຍເຫຼືອຍີ່ປຸ່ນພາຍຫຼັງເກີດເຫດແຜ່ນດິນໄຫວ ແລະສຶນາມິຄັ້ງໃຫຍ່ໃນປີ 2012 ເຊິ່ງໃນຕອນນັ້ນ ມັນມີອາຍຸພຽງ 3 ເດືອນ ແຕ່ຕອນນີ້ໃຫຍ່ອາຍຸ 4 ປີແລ້ວ

A picture taken on December 7, 2016 shows Russian President Vladimir Putin as he arrives with his Yume, an Akita dog, prior to an interview by Nippon Television Network Corporation and Yomiuri Shimbun in the run-up to his official visit to Japan. / AFP PHOTO / SPUTNIK / Alexey DRUZHININ

ຢູເມະ ຍ່າງຄຽງຂ້າງທ່ານຜູ້ນຳມາໃນຫ້ອງຮັບຮອງ ແລະເມື່ອມັນເຫັນຕົວແທນສື່ຈາກຍີ່ປຸ່ນທີ່ຢືນຖ້າຢູ່ ດ້ວຍທ່າທີຍິ້ມແຍ້ມ ມັນກໍສົ່ງສຽງເຫົ່າຫຼາຍເທື່ອເປັນການຕ້ອນຮັບ, ໜຶ່ງໃນຕົວແທນສື່ເວົ້າວ່າ: ການຕ້ອນຮັບໃນຄັ້ງນີ້ ຊ່າງປະຫຼາດໃຈ ແລະເປັນຕາຢ້ານໜ້ອຍໜຶ່ງ ແຕ່ກໍຮູ້ສຶກຍິນດີຫຼາຍ ທີ່ເຫັນຢູເມະ ມີຄວາມສຸກ ແລະມ່ວນຊື່ນແບບນີ້, ທ່ານປູຕິນບອກວ່າ ຢູເມະເປັນໝາທີ່ຮູ້ຄວາມ, ມັນສະຫຼາດ ແລະມັນຄືອົງຄະລັກທີ່ຄອຍຮັກສາຄວາມປອດໄພໃຫ້ຕົນເອງ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...