Homeຂ່າວຕ່າງປະເທດສະຫຼົດ! ຍົນກອງທັບອິນໂດເນເຊຍຕົກ ທະຫານ ແລະນັກບິນເສຍຊິວິດໝົດລຳ

ສະຫຼົດ! ຍົນກອງທັບອິນໂດເນເຊຍຕົກ ທະຫານ ແລະນັກບິນເສຍຊິວິດໝົດລຳ

Published on

ອີງຕາມສຳນັກຂ່າວຣອຍເຕີລາຍງານເມື່ອວັນທີ 18 ທັນວາ 2016 ວ່າ ເກີດອຸປະຕິເຫດທີ່ໂສກນາດຕະກຳຂອງອິນໂດເນເຊຍ ຍົນລຳລຽງພົນເຮີຄິວລິສ 130 (Hercules C-130) ຂອງກອງທັບອາກາດອິນໂດເນເຊຍ ເກີດອຸປະຕິເຫດລະຫວ່າງການຝຶກຮົບ ໄດ້ຕົກລົງບໍລິເວນພູລິຊູວາ ທີ່ຕັ້ງຢູ່ໃນເຂດວາເມນາ ແຂວງປາປົວທາງຕາເວັນອອກຂອງປະເທດ ເຮັດໃຫ້ນັກບິນ 3 ຄົນ ແລະລູກເຮືອທີ່ເປັນເຈົ້າໜ້າທີ່ທາງທະຫານ 10 ຄົນ ລວມທັງໝົດ 13 ຄົນທີ່ມານຳເຄື່ອງບິນເສຍຊີວິດທັງໝົດ

This handout picture released by sesarch and rescue team and available on December 18, 2016 shows a general view where the Hercules military plane A-1334 crashed in Wamena on December 18, 2016. Amilitary plane crashed on December 18 in remote mountainous region of Indonesia's Papua, killing 13 people on board, military and police officials said. / AFP PHOTO / SEARCH AND RESCUE TEAM / HANDOUT

ເຄື່ອງບິນລຳລຽງພົນເຮີຄິວລິສ 130 ບິນອອກຈາກເມືອງຕິມິກາ ໃນເວລາປະມານ 05:36 ໂມງຕາມເວລາທ້ອງຖິ່ນ ຂອງວັນທີ 17 ທັນວາ 2016 ເຊິ່ງມີຈຸດໝາຍໄປເຂດວາເມນາ ແຕ່ວ່າໄປບໍ່ຮອດທີ່ໝາຍ ເຮັດໃຫ້ຍົນຕົກໃນເວລາ 06:15 ໂມງ

%e0%ba%8d%e0%ba%bb%e0%ba%99%e0%ba%95%e0%ba%bb%e0%ba%81

ສຳລັບສາເຫດຂອງອຸປະຕິເຫດ ອາດເກີດຈາກສະພາບອາກາດ ສົ່ງຜົນເຮັດໃຫ້ທັດສະນະວິໄສ ຂອງການບິນຫຼຸດລົງ ແລະເຮັດໃຫ້ເກີດເຫດໂສກນາດຕະກຳໃນຄັ້ງນີ້

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...