spot_img
Homeຂ່າວເຫດການທຸລະກິດຂີ້ໝິ້ນຂຶ້ນ ມາລາວແລ້ວ

ທຸລະກິດຂີ້ໝິ້ນຂຶ້ນ ມາລາວແລ້ວ

Published on

ວັນທີ 16 ທັນວາ 2016 ທີ່ຜ່ານມາ ຢູ່ທີ່ສຳນັກງານສະພາອຸດສາຫະກຳແລະການຄ້າແຫ່ງຊາດລາວ ໄດ້ມີພິທີສຳມະນາກ່ຽວກັບຜະລິດຕະພັນເພື່ອສຸຂະພາບທີ່ຜະລິດຈາກຫວ້ານຂີ້ໝິ້ນຂຶ້ນເປັນສ່ວນປະກອບທີ່ສຳຄັນ ໂດຍງານດັ່ງກ່າວເປັນປະທານໂດຍທ່ານຮອງປະທານສະພາອຸດສາຫະກຳແລະການຄ້າ, ທ່ານ ມີໄຊ ສຸກລັດສະໝີ ຜູ້ອຳນວຍການບໍລິສັດ ໂຊກບາລະມີການຄ້າ ນຳເຂົ້າແລະສົ່ງອອກ ຈຳກັດ, ທ່ານ ນາງ ໂສພິດ ພະນົມອຸປະຖຳ ປະທານບໍລິສັດ ຈີເອນຈີ ເວບ ໄທແລນ ແລະເປັນເລຂາທິການສະມາຄົມສົ່ງເສີມບໍລິການສຸຂະພາບຊຽງໃໝ່ ແລະທ່ານ ດຣ ຊະນະພົນ ໂພວິຈິດ ນັກວິທະຍາສາດຜູ້ຄົ້ນຄວ້າວິໄຈຜະລິດຕະພັນທີ່ໄດ້ຮັບລາງວັນລະດັບໂລກຫຼາຍລາງວັນ.

ພິທີສຳມະນາຄັ້ງນີ້ ເປັນການເປີດໂຕຢ່າງເປັນທາງການ ຂອງການເຂົ້າມາລາວຂອງຜະລິດຕະພັນນະວັດຕະກຳສະໝຸນໄພຂີ້ໝິ້ນຂຶ້ນເພື່ອສຸຂະພາບ ຈາກ ບໍລິສັດ ແຊມອອຟແຊມ ອິນໂຈເວຊັ່ນ ທີ່ເປັນຜະລິດຕະພັນເພື່ອສຸຂະພາບທີ່ໄດ້ຮັບລາງວັນຊະນະເລີດລະດັບໂລກຫຼາຍລາງວັນ ເພື່ອຕອບສະໜອງການຢຽວຢາ ເປັນທາງອອກສຳລັບຫຼາຍໆພະຍາດທີ່ບໍ່ໄດ້ເກີດຈາກເຊື້ອພະຍາດ ແຕ່ເກີດຈາກພຶດຕິກຳຂອງຄົນທົ່່ວໄປ ເຊັ່ນ ພະຍາດອ້ວນ, ພະຍາດຫົວໃຈ, ກະເພາະ, ກົດໄຫຼຢ້ອນ ແລະອື່ນໆ ພ້ອມທັງເປັນທາງອອກສຳລັບຜູ້ທີ່ຕ້ອງການສົ່ງເສີມສຸຂະພາບ ປ້ອງກັນການເຈັບປ່ວຍ ເພີ່ມພູມຕ້ານທານໃນຮ່າງກາຍອີກທາງໜຶ່ງ.

ຂະນະດຽວກັນທາງບໍລິສັດ ແຊມອອຟແຊມ ອິນໂນເວຊັ່ນ ຍັງເປີດໂອກາດໃຫ້ປະຊາຊົນຜູ້ສົນໃຈຈະດຳເນີນທຸລະກິດ ສາມາດເປັນຕົວແທນຈຳໜ່າຍຜະລິດຕະພັນຂອງບໍລິສັດທີ່ມີຄວາມເປັນທຳທັງຜູ້ບໍລິໂພກ ແລະ ຕົວນັກທຸລະກິດເອງ ເຊື່ອວ່ານະວັດຕະກຳສະໝຸນໄພເພື່ອສຸຂະພາບຂີ້ໝິ້ນຂຶ້ນ ຈະສ້າງປະໂຫຍດໃຫ້ກັບຄົນລາວຢ່າງຫຼວງຫຼາຍ ຄືກັນກັບທີ່ໄດ້ສ້າງປະໂຫຍດມະຫາສານໃຫ້ກັບຄົນໄທແລະປະເທດເພື່ອນບ້ານອື່ນໆ. ເຊິ່ງສຳລັບຢູ່ປະເທດໄທເປີດໂຕມາບໍ່ທໍ່ໃດເດືອນ ມີກຳໄລໄປແລ້ວຫຼາຍກວ່າ 20 ລ້ານບາດ.

ທ່ານໃດສົນໃຈສັ່ງຊື້ຫຼືເປັນຕົວແທນຈຳໜ່າຍ ສາມາດຕິດຕໍ່ໄດ້ທີ່ນີ້: ຄລິກເລີຍ

15541941_918742374893905_2077552245133398537_n15590396_919698758131600_1464502621802905103_n 15542041_919698968131579_2082323158463619966_n 15542276_919698984798244_6529567332960828320_n 15622647_919698954798247_5656587056490054567_n

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...