ລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງຈີນ ປະກາດຊັດເຈນ ຈີນດຽວ ຄືພື້ນຖານຄວາມສໍາພັນຂອງປະເທດ ບໍ່ມີຊາດໃດຄັດຄ້ານໄດ້.
ອີງຕາມສໍານັກຂ່າວຕ່າງປະເທດລາຍງານວັນທີ 16 ທັນວານີ້ວ່າ: ຫວາງ ຢີ່ ລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງຈີນ ກ່າວກັບ ໜອງ-ມາຣ໌ຕ໌ ເອໂຣຕ໌ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະການພັດທະນາລະຫວ່າງປະເທດຂອງຝຣັ່ງເສດ ວ່າ ຫຼັກການຈີນດຽວຂອງຈີນ ເປັນພື້ນຖານການພັດທະນາຄວາມສໍາພັນກັບຈີນ ແລະບໍ່ມີຊາດໃດສາມາດຄັດຄ້ານັບກົດຂໍ້ນີ້.
ກ່ອນໜ້ານີ້ ທຣັມ ສະແດງຄວາມເຫັນຕ້ານກົດ ຈີນດຽວ ເຈລະຈາກັບຜູ້ນໍາໃຕ້ຫວັນຜ່ານໂທລະສັບ ແລະບອກວ່າ ສະຫະລັດ ບໍ່ຈໍາເປັນຕ້ອງສົນໃຈສະຖານະການຂອງໃຕ້ຫວັນທີ່ຢູ່ໃຕ້ການປົກຄອງຂອງຈີນ ຊຶ່ງຈີນບໍ່ພໍໃຈຕໍ່ທ່າທີ ໂດນັນ ທຣັມ ວ່າທີ່ຜູ້ນໍາຄົນຕໍ່ໄປຂອງສພຫະລັດຢ່າງຍິ່ງ ກ່າວວ່າ ຈີນເປັນຫ່ວງເລື່ອງອະທິປະໄຕ ແລະຄວາມໝັ້ນຄົງໃນດິນແດນໃຕ້ຫວັນຫຼາຍ ພ້ອມຊື່ນຊົມຈຸດຢືນຂອງ ເອໂຣຕ໌ ທີ່ສະແດງອອກເລື່ອງຫຼັກການຈີນດຽວຈອງຈີນຢ່າງຊັດເຈນດ້ວຍ.