spot_img
Homeຊີວິດແລະຄວາມຮັກ5 ເລື່ອງທີ່ຄວນເຮັດສັນຍາກ່ອນໃຊ້ຊີວິດຄູ່

5 ເລື່ອງທີ່ຄວນເຮັດສັນຍາກ່ອນໃຊ້ຊີວິດຄູ່

Published on

  1. ບໍ່ຜິດຖຽງກັນຂ້າມຄືນ: ເພາະການຜິດຖຽງກັນສຳລັບຊີວິດຄູ່ ເປັນສິ່ງທີ່ຫຼີກລຽງບໍ່ໄດ້ແນ່ນອນ ແຕ່ຈະເຮັດແນວໃດໃຫ້ຜິດຖຽງກັນແລ້ວ ກໍປັບຄວາມເຂົ້າໃຈກັນໄວ ເພາະຖ້າດົນໄປ ກໍຈະຄິດໄປເອງຕ່າງໆນາ ດັ່ງນັ້ນ ຈຶ່ງເຮັດສັນຍາກັນໄວ້ ເພື່ອເປັນຫົນທາງທີ່ຈະເຮັດໃຫ້ຊີວິດຄູ່ປັບທັດສະນະຄະຕິໃຫ້ກົງກັນໄວຂຶ້ນ
  2. ບໍ່ມີຄວາມລັບຕໍ່ກັນ: ກົດພື້ນຖານອີກຂໍ້ໜຶ່ງສຳລັບຊີວິດຄູ່ ຕັ້ງແຕ່ຕອນບໍ່ທັນໄດ້ແຕ່ງງານກັນຄື ຖ້າຫາກແຕ່ງງານໄປ ມີຫຍັງກໍຄວນເວົ້ານຳກັນກົງໆ, ມີບັນຫາກໍຊ່ວຍກັນແກ້ໄຂ, ບໍ່ຄວນມີຄວາມລັບຕໍ່ກັນທຸກຢ່າງ ແລະຄວນໃຫ້ກຽດກັນ ແລະເຊື່ອໃນກັນ ແລະກັນ
  3. ບໍ່ເວົ້າເລື່ອງອະດີດ: ໂດຍສະເພາະຜູ້ຍິງທີ່ມັກເວົ້າເລື່ອງອະດີດ ເຊິ່ງຖ້າແຕ່ງງານກັນໄປ ບໍ່ຄວນເອົາອະດີດທີ່ເຄີຍຜິດພາດຂອງອີກຝ່າຍກັບມາເວົ້າອີກ ເພາະຈະເຮັດໃຫ້ຜູ້ທີ່ເຮັດຜິດພາດນັ້ນ ຮູ້ສຶກນ້ອຍໃຈ ທີ່ສາມີ ຫຼືພັນລະຍາຕົນເອງ ບໍ່ມີຄວາມເຊື່ອໝັ້ນ, ເຊື່ອໃຈ ແລະໃຫ້ກຽດກັນ ແຕ່ອີກຝ່າຍກໍບໍ່ຄວນເຮັດຜິດພາດອີກເມື່ອແຕ່ງງານກັນໄປ
  4. ຄອບຄົວຂອງອີກຝ່າຍ: ເປັນເລື່ອງທີ່ບໍ່ຄວນແຕະຕ້ອງ, ບໍ່ມີຝ່າຍໃດຢາກລຳບາກໃຈຍ້ອນເລື່ອງແບບນີ້, ຄວນຄິດເຫັນຄົນກາງໄວ້ໃຫ້ຫຼາຍ, ຖ້າເຈົ້າເປັນຄົນກາງ ເຈົ້າຈະເຮັດແນວໃດ ເຊິ່ງບໍ່ມີທາງເລືອກຂ້າງໃດໜຶ່ງຢູ່ແລ້ວ, ທາງທີ່ດີຄວນຫຼີກລຽງບັນຫາທີ່ຈະເກີດຂຶ້ນກ່ອນ, ສິ່ງທີ່ເຮົາບໍ່ມັກ ກໍບໍ່ຄວນວຸ້ນວາຍ ເບິ່ງແບບຜ່ານໆດີທີ່ສຸດ ແລ້ວເຮັດໜ້າທີ່ຂອງຕົວເອງໃຫ້ດີທີ່ສຸດ
  5. ເງິນ: ເຊິ່ງເປັນເລື່ອງທີ່ສຳຄັນທີ່ສຸດກໍວ່າໄດ້ ເຊິ່ງເລື່ອງນີ້ຄວນຕົກລົງກັນໄວ້ແຕ່ຕອນບໍ່ທັນແຕ່ງງານ, ຄວນແບ່ງໜ້າທີ່ຮັບຜິດຊອບແນວໃດ ເພາະເລື່ອງເງິນເປັນເລື່ອງທີ່ສຳຄັນຂອງຄົນສອງຄົນ, ເຖິງແມ່ນວ່າ ເງິນບໍ່ແມ່ນເລື່ອງໃຫຍ່ ແຕ່ເຮັດໃຫ້ຊີວິດຄູ່ຂອງຫຼາຍຄົນເລີກກັນມາແລ້ວເພາະເງິນ, ທາງທີ່ດີຄວນວາງແຜນບໍລິຫານຈັດການດ້ານການເງິນຂອງຄອບຄົວເອົາໄວ້ໃຫ້ດີ ປຶກສາຫາລືກັນ ແບບໃດຈະເໝາະກັບຊີວິດຄູ່ຂອງເຈົ້າ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...