Homeຂ່າວຕ່າງປະເທດລັດເຊຍເລັ່ງລາດຕະເວນໃນຢຸໂຣບປີໜ້າ

ລັດເຊຍເລັ່ງລາດຕະເວນໃນຢຸໂຣບປີໜ້າ

Published on

ລັດເຊຍ ເລັ່ງຂະຫຍາຍລາດຕະເວນ ແລະທົດສອບຂີປະນາວຸດປີໜ້າເພີ່ມອີກ ສ່ຽງເຮັດສະຖານະການຄວາມຕຶງຄຽດເພີ່ມ.

ອີງຕາມສໍານັກຂ່າວຕ່າງປະເທດລາຍງານວັນທີ 15 ທັນວາຜ່ານມານີ້ວ່າ: ລັດເຊຍຈະຂະຫຍາຍການລາດຕະເວນລະບົບຂີປະນາວຸດໃນພື້ນທີ່ຢຸໂຣບ ໃນສ່ວນຂອງລັດເຊຍຈະເພີ່ມການທົດສອບຂີປະນາວຸດໃນປີ 2017 ເພີ່ມອີກເປັນເທົ່າຕົວ ຕາມທີ່ສື່ທ້ອງຖິ່ນລາຍງາຍ ຊຶ່ງຈາກແຜນການດັງກ່າວມີແນວໂນ້ມຈະສົ່ງຜົນຕໍ່ຄວາມສໍາພັນລະຫວ່າງລັດເຊຍ ແລະຕະເວັນຕົກ ທີ່ປັດຈຸບັນຢູ່ໃນລະດັບບໍ່ຄ່ອຍດີ ໃຫ້ຮ້າຍແຮງລົງອີກໃນອະນາຄົດ ຂະນະໃນວັນທີ 14 ທັນວາທີ່ຜ່ານມາ ເຢຍລະມັນ ແລະຝຣັ່ງເສດຮຽກຮ້ອງໃຫ້ສະມາຊິກສະຫະພາກຢຸໂຣບຊາດອື່ນໆ ອອກມາຄວໍ່າບາດລັດເຊຍອີກຄັ້ງ ໂທດລັດຖະບານທີ່ຍັງໜຸນຫຼັງກຸ່ມແບ່ງແຍກດິນແດນໃນພາກຕະເວັນອອກຂອງຢູເຄຣນ ແລະເປັນຕົ້ນເຫດລະເມີດຂໍ້ຕົກລົງຢຸດຍິງດ້ວຍ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...