spot_img
HomeBaby-ແມ່ແລະເດັກອາຫານ 9 ຢ່າງທີ່ແມ່ຖືພາຄວນກິນ

ອາຫານ 9 ຢ່າງທີ່ແມ່ຖືພາຄວນກິນ

Published on

ເປັນທີ່ຮູ້ຈັກນຳກັນດີແລ້ວວ່າ ອາຫານທີ່ແມ່ຍິງຖືພາກິນ ຈະສົ່ງຜົນຕໍ່ລູກໃນທ້ອງໄດ້, ດັ່ງນັ້ນ ການເລືອກກິນອາຫານສຳລັບຄົນຖືພາ ຈຶ່ງເປັນທາງເລືອກທີ່ດີທີ່ສຸດ ທີ່ຈະເຮັດໃຫ້ສຸຂະພາບຂອງລູກໃນທ້ອງແຂງແຮງ, ສຳລັບອາຫານທີ່ມີປະໂຫຍດຕໍ່ລູກນັ້ນມີຫຼາຍດັ່ງນີ້:

  1. ມັນດ້າງ: ເພາະເປັນພືດທີ່ໃຫ້ຄຸນຄ່າທາງອາຫານຫຼາຍ ແລະອຸດົມດ້ວຍໄຟເບີ, ໂພແທັສຊຽມ, ທາດເຫຼັກ, ວິຕາມິນບີ 6 ແລະວິຕາມິນຊີ ເຊິ່ງມີຄຸນປະໂຫຍດຕໍ່ລູກໃນທ້ອງ
  2. ຊີ້ນສັດບໍ່ຕິດມັນເຊັ່ນ: ຊີ້ນໄກ່, ຊີ້ນໝູ ທີ່ມີໂປຣຕີນ ທີ່ຊ່ວຍເສີມສ້າງລະບົບເຊວ ແລະເລືອດຂອງເດັກໃນທ້ອງໄດ້ດີ
  3. ປາເຊວມອນ: ມີກົດໄຂມັນດີ, ມີໂອເມກ້າ 3 ເຊິ່ງດີຕໍ່ການພັດທະນາລະບົບປະສາດ ແລະສະໝອງ ແລະຄວນເລືອກກິນປາທີ່ມາຈາກທຳມະຊາດຈະດີທີ່ສຸດ
  4. ຜັກສີຂຽວ: ທີ່ມີໄຟເບີ, ແຄວຊຽມ, ແຮ່ທາດ, ວິຕາມິນຕ່າງໆ ເຊິ່ງສານອາຫານເຫຼົ່ານັ້ນ ຊ່ວຍພັດທະນາການຂອງເດັກໃນທ້ອງໄດ້ດີ
  5. ໂຢເກິດ: ເປັນອາຫານວ່າງທີ່ມີປະໂຫຍດ ທີ່ບໍ່ເຮັດໃຫ້ຕຸ້ຍ ແລະຍັງມີວິຕາມິນບີ, ໂປຣຕີນ, ແຄວຊຽມ ແລະສັງກະສີໃນປະລິມານຫຼາຍ ແລະຊ່ວຍໃຫ້ລູກໃນທ້ອງມີກະດູກ ແລະແຂ້ວແຂງແຮງ ແລະຊ່ວຍຫຼຸດຄວາມສ່ຽງເກີດກ່ອນກຳນົດອີກດ້ວຍ
  6. ໄຂ່: ເປັນອາຫານທີ່ມີປະໂຫຍດຫຼາຍ ແລະມີໂປຣຕີນດີ, ມີໂຟເທັກສູງ ທີ່ເໝາະກັບການບຳລຸງລູກນ້ອຍໄດ້ດີ
  7. ເຂົ້າໂອ້ດ: ເປັນອາຫານທີ່ມີຄຸນຄ່າທາງອາຫານຫຼາຍ, ມີວິຕາມິນບີ6 ຊ່ວຍໃຫ້ລູກມີພັດທະນາການດີຂຶ້ນ ແລະຊ່ວຍໃຫ້ແມ່ຮູ້ສຶກສົດຊື່ນ
  8. ນໍ້າໝາກກ້ຽງຄັ້ນສົດ: ມີວິຕາມິນຊີ, ໂຟເລທ, ໂພແທັສຊຽມ ເຊິ່ງໂພເລທ ທີ່ດື່ມນັ້ນ ຈະຊ່ວຍຫຼຸດຄວາມສ່ຽງຄວາມພິການໃນເດັກໃນທ້ອງ ແລະໂພແທັສຊຽມ ຊ່ວຍພັດທະນາການເຮັດວຽກຂອງກ້າມເນື້ອໃຫ້ເດັກນ້ອຍໃນທ້ອງໄດ້
  9. ຖົ່ວ: ເປັນແຫຼ່ງໂປຣຕີນ ແລະແມັກນີຊຽມ ເຊິ່ງຊ່ວຍຫຼຸດຄວາມສ່ຽງການເກີດກ່ອນກຳນົດໄດ້

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...