Homeຂ່າວຕ່າງປະເທດຊາຍຈີນຕິດການພະນັນ ບໍ່ມີເງິນໄປຫຼິ້ນ ຈົນຂາຍລູກຊາຍ

ຊາຍຈີນຕິດການພະນັນ ບໍ່ມີເງິນໄປຫຼິ້ນ ຈົນຂາຍລູກຊາຍ

Published on

ສຳນັກຂ່າວຈີນລາຍງານເມື່ອວັນທີ 15 ທັນວາ 2016 ຜ່ານມາວ່າ ຢູ່ເຂດອີ໋ຫຼິງ ເມືອງອີ໋ຊາງ ມົນທົນຫູເປ່ຍ ມີຊາຍໜຸ່ມຄົນໜຶ່ງ ອາຍຸ 27 ປີ ຕິດການພະນັນ ຈົນຊີວິດຄອບຄົວຕ້ອງພັງທະລາຍ ພັນລະຍາຄົນທຳອິທົນບໍ່ໄຫວກໍຢ່າຮ້າງ ແລະເອົາຄົນທີສອງ ກໍທົນນິໄສຫຼິ້ນການພະນັນບໍ່ໄຫວ ຈຶ່ງຢ່າຮ້າງເຊັ່ນກັນ, ລູກຊາຍສອງຄົນ ອາຍຸ 3 ປີ ແລະ ປີເຄິ່ງ ຕ້ອງໃຫ້ພໍ່ແມ່ທີ່ເຖົ້າແກ່ຊະລາເບິ່ງແຍງ ແລະເມື່ອບໍ່ດົນມານີ້ ລາວກໍໄດ້ຂາຍລູກຊາຍຄົນທີສອງທີ່ອາຍຸ ປີເຄິ່ງ ໃນລາຄາ 35,000ຢວນ ເພື່ອເອົາເງິນໄປຫຼິ້ນການພະນັນ ເຊິ່ງໂຊກດີທີ່ທາງເຈົ້າໜ້າທີ່ຕຳຫຼວດສືບສວນ ເຂົ້າຊ່ວຍເຫຼືອເດັກນ້ອຍໄດ້ສຳເລັດ

ຕາມການລາຍງານບອກວ່າ ຖານະທາງຄອບຄົວຂອງຊາຍໜຸ່ມຄົນດັ່ງກ່າວຖືວ່າດີ ເຊິ່ງໃນຊ່ວງທີ່ແຕ່ງງານກັບພັນລະຍາຄົນທຳອິດ ພໍ່ແມ່ກໍໄດ້ຊື້່ລົດໃນລາຄາກວ່າ 2 ແສນຢວນ ໃຫ້ເປັນຂອງຂວັນ ແຕ່ມາບໍ່ດົນລາວກໍຂາຍລົດຄັນດັ່ງກ່າວ ແລ້ວເອົາເງິນໄປຫຼິ້ນການພະນັນ ຈົນພັນລະຍາທັນບໍ່ໄດ້ຕ້ອງຢ່າຮ້າງຈາກລາວໄປ

ຕໍ່ມາກໍແຕ່ງງານອີກ ແຕ່ກໍຍັງບໍ່ປ່ຽນນິໄສຂອງຕົນ ເຖິງແມ່ນພັນລະຍາຄົນນີ້ ຈະເຂັ້ມງວດກັບລາວ ເພາະຕ້ອງການໃຫ້ລາວປ່ຽນນິໄສໃຫ້ດີຂຶ້ນ ແຕ່ກໍທົນບໍ່ໄຫວຕ້ອງຢ່າຮ້າງກັນອີກ

ລາວຕິດການພະນັນຫຼາຍ ແຕ່ບໍ່ມີເງິນ ຈຶ່ງຄິດທີ່ຈະຂາຍລູກຊາຍ ຈຶ່ງຄົ້ນຫາຂໍ້ມູນກ່ຽວກັບການຮັບລ້ຽງລູກໃນອິນເຕີເນັດ ແລະສະເໜີຂາຍໃຫ້ຄອບຄົວໜຶ່ງໃນເມືອງຊຽງຢາງ ເຊິ່ງລາວສະເໜີຂາຍລູກຕົນເອງໃນລາຄາ 5 ແສນຢວນ ແຕ່ການເຈລະຈາຕໍ່ລອງລາຄາສຸດທ້າຍ ລາວກໍຕ້ອງຂາຍລູກໃນລາຄາ 35,000 ຢວນ, ນອກນັ້ນ ຍັງຕຽມຂາຍລູກຊາຍກົກນຳອີກ ແຕ່ທາງຕຳຫຼວດໄດ້ຮູ້ເຫດການກ່ອນ ແລະໄດ້ຊອກຫາລູກຊາຍທີ່ຖືກຂາຍ ແລະເຂົ້າຊ່ວຍເຫຼືອຈົນສຳເລັດ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...