spot_img
Homeຂ່າວຕ່າງປະເທດມາເລເຊຍ-ສິງກະໂປ ເຊັນສ້າງລົດໄຟຄວາມໄວສູງ ເຊື່ອມຈອດເມືອງຫລວງສອງປະເທດ

ມາເລເຊຍ-ສິງກະໂປ ເຊັນສ້າງລົດໄຟຄວາມໄວສູງ ເຊື່ອມຈອດເມືອງຫລວງສອງປະເທດ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ທັນວານີ້ວ່າ ລັດຖະບານມາເລເຊຍ ແລະ ສິງກະໂປ ໄດ້ຮ່ວມກັນລົງນາມຂໍ້ຕົກລົງ ກໍ່ສ້າງທາງລົດໄຟຄວາມໄວສູງ ເພື່ອເຊື່ອມຕໍ່ລະຫວ່າງສິງກະໂປ ກັບນະຄອນຫລວງກົວລາລຳເປີ ປະເທດມາເລເຊຍ ໂດຍແຕ່ລະຝ່າຍຈະເປັນຜູ້ຮັບຜິດຊອບກໍ່ສ້າງ ແລະ ບໍລິຫານສະຖານີ ທີ່ຢູ່ພາຍໃນດິນແດນຂອງຕົນເອງ, ພິທີລົງນາມດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 13 ທັນວາ 2016 ຜ່ານມານີ້ ທີ່ເມືອງປຸຕຣາຈາຢາ ປະເທດມາເລເຊຍ ໂດຍມີ ທ່ານ ນາຈິບ ຣາຊັກ ນາຍົກລັດຖະມົນຕີມາເລເຊຍ ແລະ ທ່ານ ລີຊຽນລຸງ ນາຍົກລັດຖະມົນຕີສິງກະໂປ ເຂົ້າຮ່ວມເປັນສັກຂີພິຍານ.

ໂຄງການກໍ່ສ້າງດັ່ງກ່າວນີ້ ຈະເລີ່ມກໍ່ສ້າງໃນປີ 2018 ແລະ ຫາກກໍ່ສ້າງສຳເລັດຕາມກຳນົດໃນປີ 2028 ຫລື ອີກ 10 ປີຂ້າງໜ້ານີ້ ຈະເຮັດໃຫ້ການເດີນທາງເຊື່ອມຕໍ່ ລະຫວ່າງເມືອງຫລວງສອງປະເທດ ເຫລືອພຽງ 90 ນາທີ ຈາກເມື່ອກ່ອນທີ່ຕ້ອງນັ່ງລົດເດີນທາງ ບໍ່ຕໍ່າກວ່າ 4 ຊົ່ວໂມງ.

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...